ວັນທີ 27 ພຶດສະພານີ້, ເຈົ້າໜ້າທີ່ກົມການຄ້າຕ່າງປະເທດກະຊວງການຄ້າຈີນໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ກໍລະນີທີ່ສື່ມວນຊົນອິນໂດເນເຊຍລາຍງານໃນຫວ່າງມໍ່ໆມານີ້ວ່າ ຢູ່ທ້ອງຕະຫຼາດຂອງອິນໂດເນເຊຍໄດ້ພົບເຫັນ "ເຂົ້າສານປລາສະຕິກ" ທີ່ສົງໄສແມ່ນນຳເຂົ້າຈາກຈີນ.
ເຈົ້າໜ້າທີ່ຜູ້ນີ້ກ່າວວ່າ: ອີງຕາມກົດກະຕິກາຂອງອົງການການຄ້າໂລກ ແລະ ຄຳໝັ້ນສັນຍາທີ່ຈີນໄດ້ໃຫ້ໄວ້ໃນເວລາເຂົ້າຮ່ວມອົງການການຄ້າໂລກ, ໃນການສົ່ງອອກເຂົ້າສານ, ຈີນໃຫ້ລັດວິສາຫະກິດເປັນຝ່າຍດຳເນີນທຸລະກິດແລະມີການຄຸ້ມຄອງການສົ່ງອອກຕາມໂກຕາ. ປັດຈຸບັນ, ລັດວິສາຫະກິດທີ່ດຳເນີນການຄ້າເຂົ້າສານມີພຽງແຕ່ສອງແຫ່ງເທົ່ານັ້ນ. ຈີນບໍ່ໄດ້ສົ່ງອອກເຂົ້າສານໄປໃຫ້ອິນໂດເນເຊຍອີກ ນັບແຕ່ປີ 2008 ເປັນຕົ້ນມາ, ສ່ວນ "ເຂົ້າສານປລາສະຕິກ" ທີ່ພົບເຫັນຢູ່ທ້ອງຕະຫຼາດພາຍໃນປະເທດອິນໂດເນເຊຍນັ້ນ ບໍ່ໄດ້ກ່ຽວຂ້ອງຫຍັງກັບວິສາຫະກິດສົ່ງອອກເຂົ້າສານຂອງຈີນແຕ່ຢ່າງໃດ.
ເຈົ້າໜ້າທີ່ຜູ້ນີ້ຊີ້ອອກວ່າ: ຝ່າຍຈີນໃຫ້ຄວາມສຳຄັນໃນລະດັບສູງຕໍ່ເຫດການນີ້, ຫວັງວ່າພາກສ່ວນທີ່ກ່ຽວຂ້ອງຂອງອິນໂດເນເຊຍຈະສາມາດສືບສວນຫາຄວາມເປັນຈິງຂອງເຫດການນີ້ໂດຍໄວ, ແລະພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດກໍ່ຄວນເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ, ເພື່ອຊຸກຍູ້ໃຫ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດມີການພັດທະນາຢ່າງປອດໃສ.