ລາວບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາຕາມຄາດໝາຍຂອງເປົ້າໝາຍການສຶກສາໂລກ
2015-08-28 18:30:21  cri 

  ວັນທີ 28 ສິງຫາ ນີ້, ຢູ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ປະກາດໃນພິທີໂຮມຊຸມນຸມສະຫຼອງການຈົບຊັ້ນ ປະຖົມບຳລຸງທົ່ວປະເທດ ວ່າ: ມາຮອດມື້ນີ້, ພັກ-ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ມີຄວາມເອກອ້າງທົງນົງໃຈຕໍ່ຜົນສຳເລັດຂອງການສຶກສາຈົບຊັ້ນປະຖົມບຳລຸງ. ໃນນາມປະທານປະເທດ ປະກາດໃຫ້ພໍ່-ແມ່, ພີ່ນ້ອງຊາວລາວທົ່ວປະເທດ, ຊາວລາວທີ່ອາໃສຢູ່ຕ່າງປະເທດ, ອົງການຈັດຕັ້ງສານກົນ ແລະ ບັນດາປະເທດໃນໂລກ ຮັບຊາບວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ(ເປົ້າໝາຍທີ2)ຕາມຄາດໝາຍຂອງເປົ້າໝາຍການສຶກສາໂລກ.


  ວຽກງານການສຶກສາເປັນວຽກງານຫຼັກຂອງພັກ-ລັດຖະບານ, ເພື່ອພັດທະນາຊັບພະຍາກອນມະນຸດ, ມາຮອດປັດຈຸບັນ ເຫັນວ່າລະດັບການສຶກສາຂອງລາວ ຍັງຕ່ຳເມື່ອທຽບກັບບັນດາປະເທດພາກພື້ນ ແລະ ສາກົນ,ແລະເພື່ອນຳພາປະເທດຊາດຫຼຸດພົ້ນ ຈາກປະເທດດ້ອຍພັດທະນາ, ສະນັ້ນ ຈຶ່ງມີນະໂຍບາຍພັດທະນາການສຶກສາ ແລະ ຈັດຕັ້ງການຮຽນ-ການສອນບຳລຸງຍົກລະດັບການສຶກສາໃຫ້ປະຊາຊົນບັນດາເຜົ່າໃນກຸ່ມເປົ້າໝາຍເກນອາຍຸ 15-45 ປີ ເພື່ອລົບລ້າງຄວາມບໍ່ຮູ້ໜັງສື ມີຜົນສຳເລັດ ຕາມຄາດ ໝາຍ ແລະ ເວົ້າໄດ້ວ່າປະຊາຊົນບັນດາເຜົ່າໃນທົ່ວປະເທດໂດຍທົ່ວໄປມີລະດັບການສຶກສາຈົບຊັ້ນປະຖົມສຶກສາ ແລະ ຖືໄດ້ວ່າ ສປປ ລາວ ສາມາດບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ(ເປົ້າໝາຍທີ2) ໂດຍພຶ້ນຖານ, ໄປຄຽງຄູ່ກັບການຈັດຕັ້ງ ການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຊັ້ນປະຖົມໃຫ້ປະຊາຊົນບັນດາເຜົ່າໃນກຸ່ມເປົ້າໝາຍດັ່ງກ່າວ, ພວກເຮົາຍັງໄດ້ສືບຕໍ່ຈັດຕັ້ງການຮຽນ-ການສອນ ບຳລຸງຍົກລະດັບຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອຍປາຍຢ່າງຕໍ່ເນື່ອງ ຊຶ່ງມາຮອດປັດຈຸບັນນີ້ ມີ 45 ເມືອງໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນປາຍຢ່າງຕໍ່-ເນື່ອງ ແລະ ມີ 1 ແຂວງ(ແຂວງ ໄຊຍະບູລີ) ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນທົ່ວແຂວງ ປະກາດເປັນທາງການໃນວັນທີ 27 ກຸມພາ 2015 ຊຶ່ງເປັນແຂວງ ທຳອິດຂອງປະເທດ

  ພາຍຫຼັງການປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດ ທ່ານ ຈູມມາລີ ໄຊຍະສອນ ກໍ່ໄດ້ປະດັບຫຼຽນໄຊຄຳ ໃຫ້ແກ່ກະຊວງ ສຶກສາທິການ ແລະ ກິລາ ທີ່ໄດ້ສຳເລັດຜົນງານການພັດທະນາການສຶກສາຕາມເປົ້າໝາຍພັກ-ລັດທະບານວາງອອກ

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ