ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງຊູຊານ ​ໄຣສ໌, ຜູ້​ຊ່ວຍ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທາງ​ດ້ານວຽກ​ງານ​ຄວາມ​ໝັ້ນຄົງແຫ່ງ​ຊາດ
2015-08-29 15:39:40  cri 



ຕາມ​ຂ່າວCRI: ວັນ​ທີ 28 ສິງຫາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ນາງ​ຊູ​ຊານ ​ໄຣສ, ຜູ້​ຊ່ວຍປະທານາທິບໍດີ​ອາ​ເມ​ລິ​ກາທາງ​ດ້ານ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​​ຢູ່​ຫໍສະພາ​ປະຊາຊົນ​ໃຫຍ່.

ທ່ານ​ສີ​ຈິ້ນ​ຜິ​ງ​​ຊີ້​ອອກ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​​ມາ, ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ແໜ້ນ​​ແຟ້ນ​ໃນ​ແຕ່​ລະລະດັບ. ງານ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາຮອບ​ທີ 7 ​ແລະ​ການ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບການ​​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທີ 6 ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ອຸດົມສົມບູນ. ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ​ໃນການ​ຮ່ວມມື​ໃນ​ຂົງ​ເຂດ​ສຳຄັນ​ຕ່າງໆ. ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ກວ້າງຂວາງ​ແລະ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ. ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ພັດທະນາ​ຢ່າງ​ຕໍ່​ເນື່ອງ​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ ພື້ນຖານ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ​ຍັງມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ປາຊີ​ຟິກ​ກໍ່​ຄື​ຂອງ​ໂລກ. ພວກ​ເຮົາ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ອາ​ເມ​ລິ​ກາ, ບຸກ​ເບີກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​​ເຊັ່ນ​ສອງ​ຝ່າຍ, ພາກ​ພື້ນ​ແລະທົ່ວ​ໂລກ​ຢ່າງ​ຕໍ່​ເນື່ອງ, ​​ຄວບ​ຄຸມ​ບັນຫາທີ່​ອ່ອນ​ໄຫວ​ດ້ວຍ​ຮູບ​ແບບ​ທີ່​ມີ​ລັກສະນະ​ສ້າງສັນ, ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເ​ມລິ​ກາ​ສ້າ​ງຜົນ​ປະ​ໂຫຍ​ດ​​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່ປະຊາຊົນ​ສອງ​ປະ​ເທດ​ແລະ​ປະຊາຊົນ​ປະ​ເທດ​ຕ່າງໆ​ຂອງ​ໂລກ.


ທ່ານ​ສີ​ຈິ້ນ​ຜິ​ງ​ຍັງໄດ້​ຊີ້​ອອກ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມການ​ເຊື້ອ​ເຊີນຂອງ​ທ່ານບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ, ຂ້າພະ​ເຈົ້າ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມລິ​ກາ​ທາ​ງລັດຖະກິດ​ໃນ​ເດືອນ​ໜ້າ. ຂ້າພະ​ເຈົ້າ​ຍິນ​ດີ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນ​ຫາ​ສຳຄັນ​ທີ່​ສອງ​ຝ່າຍສົ​ນ​ໃຈ​ຮ່ວມ​ກັນ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ, ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ທີ່​​ເພີ່ມ​ທະວີມິດຕະພາບ​ລະຫວ່າງ​ປະຊາ​ຊົນ​ສອງ​ປະ​ເທດ​, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດ​ລະຫວ່າງ​ສອງ​ຝ່າຍ, ສ້າງ​ຜົນ​ປະ​ໂຫຍ​ດ​​ຫຼາຍ​ກ​ວ່າ​ເກົ່າ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.

ທ່ານ​ນາງ​ຊູ​ຊານ ​ໄຣສກ່າວ​ວ່າ, ການ​ເດີນທາງ​ມາ​ຢ້ຽມຢາມ​ຂອງ​ຂ້າພະ​ເຈົ້າ​​ໃນຄັ້ງ​ນີ້​ແມ່ນ​​ເພື່ອ​ທຳ​ການ​ກະກຽມ​​ໃຫ້​ແກ່ການ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດ​ໃນ​ເດືອນ​ໜ້າຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໂດຍ​ຈຳ​ເພາະ. ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ຄອງ​ຄອຍ​ຈະ​ສືບ​ຕໍ່ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ບັນຫາ​ສາກົນ​ສຳຄັນ​ທີ່​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ