ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນ​ນິດ​ຈີນພົບ​ປະ​ກັບ​ຜູ້ຕາງໜ້າ​ວົງ​ການ​ຕ່າງ​ໆຂອງ​ໄຕ້​ຫວັນ
2015-09-01 16:27:54  cri 
ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ວັນ​ທີ 1 ກັນຍາ​ນີ້,ຢູ່​ຫໍ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດຈີນ​ໄດ້​ພົບ​ປະ​ກັບທ່ານ​ລຽນ​ຈ້າ​ນ​ ປະທານ​ກິດ​ຕິ​ມະ​ສັກ​ຂອງ​ພັກ​ກົກ​ມັນ​ຕັງ​ຈີນ ​ແລະຜູ້ຕາງໜ້າອື່ນໆ​ຈາກວົງການຕ່າງໆຂອງໄຕ້ຫວັນທີ່​​ໄດ້​ເດີນທາງ​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ. ​ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ: ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄວນ​ຈື່​ຈຳ​ປະຫວັດສາດ, ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຮ່ວມ​ມື​ກັນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ພັດທະນາ​ໂດຍ​ສັນຕິ, ທຳ​ຄວາມພະຍາຍາມ​ຮ່ວມ​ກັນ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນຊາດ​ຈີນ​ຄືນ​ໃໝ່.

ທ່ານ​ລຽນ​ຈ້າ​ນກ່າວ​ວ່າ: ປະຊາຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ເປັນຊົນ​ຊາດ​ຈີນດຽວ​ກັນ. ພວກ​ເຮົາ​ຮ່ວມ​ກັນ​ລະນຶກ​ໄຊຊະນະ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ເປັນ​ການ​ທົບ​ທວນຄືນ​ປະຫວັດສາດ​ອັນ​ສະຫງ່າ​​ຍິ່ງ​ໃຫຍ່​ແລະອົງອາດ​ກ້າຫານທີ່​ທົ່ວ​ທັງ​ຊາດ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງຊາດ​ພາຍ​ນອກ​ດ້ວຍ​ການ​ເສຍ​ສະຫຼະ​ເລືອດ​ເນື້ອ​ແລະ​ຊີວິດ, ພ້ອມ​ກັນສົ່ງ​ເສີມ​ອຸດົມ​ການ​ອັນ​ດີງາມ​ຂອງ​ຊາວ​ໂລກ​ໃຫ້​ຮັກຫອມ​ສັນຕິພາບ​ແລະ​ຕໍ່ຕ້ານ​ການ​ຮຸກ​ຮານ. ພວກ​ເຮົາ​ຄວນ​ປັບປຸງ​ພື້ນຖານ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ໝັ້ນຄົງ​ຄືການ​ຍຶດໝັ້ນ​ປະຕິບັດ "​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນປີ 1992", ​ແລະ​ຄັດຄ້ານ​ການ​ແບ່ງ​ແຍກໄຕ້​ຫວັນ​​ໃຫ້ເປັນ​ເອກະລາດ, ຄວນ​ເດັດດ່ຽວ​ຊຸກຍູ້​ການ​ຊ່ວຍ​ເຫຼືອ​ແລະ​ຮ່ວມ​ມື​ກັນ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ​ເຮັດ​ໃຫ້​ວົງ​ການ​ຕ່າງໆ​​ຂອງ​ໄຕ້​ຫວັນ​ໄດ້​ມີ​ຄວາມ​ຮັບ​ຮູ້​ຫຼາຍ​ຂຶ້ນ​ແລະ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ພັດທະນາ​ໂດຍ​ສັນຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ