ນັກວິຊາການ​ເບຣຊີ​ນກ່າວ​ວ່າ ຈີນ​ຈັດ​ພິທີ​ສວນສະໜາມ "3 ກັນຍາ"ມີ​ຈຸດປະສົງ​ເພື່ອ​ຈົດຈຳ​ປະຫວັດສາດ
2015-09-01 16:58:04  cri 
ຕາມ​ຂ່າວ  CRI, ພິທີ​ສວນສະໜາມ​ເພື່ອ​ລະນຶກ ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກັນຍາ​ນີ້​ໄດ້ກາຍ​ເປັນ​ຈຸດ​ສຸມ​ທີ່​ຫາງ​ສຽງ​ຕ່າງປະ​ເທດ​ໃຫ້​ຄວາມ​ສົນ​ໃຈ, ສື່​ມວນ​ຊົນ​ຫຼາຍໆ​ສຳນັກ​ໄດ້​ປັ້ນ​ຂ່າວ​ກ່ຽວ​ກັບ​ຈີນ​​ເຈດ​ຕະນາ​ຢາກ​ສວຍ​ໂອກາດ​ຈັດ​ພິທີ​ສວນສະໜາມ​ເພື່ອ​ສະ​ແດງ​ "ກ້າມ​ຊີ້ນ" ​ແລະ​ສະ​ແດງ​ກຳລັງ​ຕົວ​ຈິງ​ຂອງ​ປະ​ເທດ.

ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ໂຈ​ເຊ ​ເມ​ເດີ​ອິ​ໂຣສ ດາ ຊິນ​ວາ  ດຣ.ວິຊາ​ການ​ເມືອງ​ຂອງ​ມະຫາວິທະຍາ​ໄລ​ຊາວ​ປາວ​ໂລ​ເບຣຊີ​ນ, ນັກ​ປະພັນ​ຂອງ​ເວັບ​ໄຊ Portal Vermelho ​ເຊິ່ງ​ເປັນ​ເວັບ​ໄຊ​ທາງ​ການ​ຂອງ​ພັກ​ກອມ​ມູນິດເບຣຊີ​ນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸCRIວ່າ: ຈຸດປະສົງ ​ຂອງ​ຈີນ​ໃນ​ການ​ຈັດ​ກິດຈະກຳ​ລະນຶກ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ​ນັ້ນ​ກໍ​ຄື​ເພື່ອ​ຈົດຈຳປະຫວັດສາດ, ທະນຸ​ຖະໜອມສັນຕິພາບ, ​ເຊິ່ງ​ເປັນ​​ໂອກາດ​ທີ່​ດີ​ເທື່ອ​ໜຶ່ງ​ເພື່ອ​ສຶກສາ​ປະຊາຊົນ.

ນັກວິຊາການ​ເບຣຊີ​ນຍັງ​ຊີ້​ໃຫ້​ເຫັນ​ວ່າ​: ຈີນ​ໄດ້​ມີ​ການ​ເສຍສະຫຼະ​ແລະ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ຍາດ​ເອົາ​ໄຊຊະນະ​ແຫ່ງ​ສົງຄາມ​ຕໍ່ ຕ້ານ​ຟາ​ຊິດ​ຂອງ​ໂລກ, ​ເຊິ່ງຄວນ​ໄດ້​ຮັບ​ການ​ຢືນຢັນຢ່າງ​ກວ້າງຂວາງ​ຈາກ​ຊາວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ