ເລີ່​ມດໍາ​ເນີນກອງທຶນ​ການ​ຮ່ວມ​ມື​ແລະ​ການ​ລົງທຶນ​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນທີ່​ມີ​ມູນ​ຄ່າ 10 ຕື້​ໂດລາ​ສະຫະລັດ
2015-09-01 18:45:17  cri 
ວັນ​ທີ 1 ກັນຍາ​ນີ້, ​ຈີນ​ໄດ້​ປະກາດ​​ເລີ່​ມດໍາ​ເນີນກອງທຶນ​ການ​ຮ່ວມ​ມື​ແລະ​ການ​ລົງທຶນ​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ. ກອງ​ທຶນ​ດັ່ງກ່າວ​ແມ່ນ​ລິ​ເລີ່​ມສ້າງ​ຕັ້ງ​ໂດຍ​ທະນາຄານ​ກາງຂອງ​ຈີນ, ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນພ້ອມ​ດ້ວຍ​ທະນາຄານ​ພັດທະນາ​ແຫ່​ງຊາດ​ຈີນ.

​ໃນ​ເດືອນ​ກໍລະກົດ​ປີ 2014, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທ​ດຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ລາ​ຕິນພ້ອມ​ທັງ​ປະກາດ​ສ້າງສາ​ຍພົວ ພັນ​ຄູ້​ຮ່ວມ​ມື​ຮອບດ້ານ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ. ​ໃນ​ເດືອນ​ພຶດສະພາ​ປີ 2015, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ສະ​ເໜີ​ຮູບ​ການ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໂອກາດ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກໍາ​ການ​ຄ້າ​ຈີນ-​ເບ​ຣຊິນພ້ອມ​ທັງ​ປະກາດ​ສ້າງ​ຕັ້ງ​ກອງທຶນ​ສະ​ເພາະກິດ​ສໍາລັບ​
ກາ​ນຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ຈີນ-ອາ​ເມ​ລິ​ກາລາ​ຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ