ຜູ້​ຕ້ອງ​ຫາສຳຄັນ​​ໃນ​ເຫດການ​ລະ​ເບີດ​ທີ່​ບາງກອກ​ຖືກ​ຈັບ​ຕົວ​ແລ້ວ​ຢູ່​ເຂດ​ຊາຍ​ແດນ​ໄທ-ກຳປູ​ເຈຍ
2015-09-01 18:49:54  cri 
ຕາມ​ສື່​ມວນ​ຊົນຕ່າງປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 1 ກັນຍາ​ນີ້​ວ່າ, ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນ​ຕີ​ໄທ​​ໃຫ້​ຮູ້​ວ່າ: ຜູ້​ຕ້ອງ​ຫາ​ຜູ້​ໜຶ່ງ​ໃນ​ເຫດການ​ລະ​ເບີດ​ທີ່​ນະຄອນຫຼວງ​ບາງກອກ​ຖືກ​ຈັບ​ຕົວ​ແລ້ວ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ.

ທ່ານ​ປຣະຍຸດ​ກ່າວ​ວ່າ: ຜູ້​ຕ້ອງ​ຫາ​ຄົນ​ນີ້​ແມ່ນ​ຜູ້​ຕ້ອງ​ຫາຕົ້ນຕໍ​ຂອງ​​ຄະດີ​ລະ​ເບີດ​ທີ່​ບາງກອກ ​ເຊິ່ງກໍ​ຄື​ຜູ້​ຊາຍ​​ໃນ​​ເສື້ອ​ສີ​ເຫຼືອງ​ທີ່​ພົບ​ເຫັນ​ຢູ່​ໃນ​ພາບ​ວິ​ດີ​ໂອ​ເຊິ່ງ​ໄດ້​ເປີດ​ເຜີຍ​ໃນ​ກ່ອນ​ໜ້າ​ນີ້, ລາວ​ຖືກ​ຈັບ​ຕົວ​ໃນ​ຂະນະ​ທີ່​ເຈດ​ຕະນາ​ຢາກ​ຜ່ານ​ຊາຍ​ແດນ. ກ່ອນ​ໜ້າ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ອອກ​ຄຳ​ສັ່ງ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ຄົນ​ນີ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ