ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານ​ປະ​ເທດ​ລາວ
2015-09-01 11:27:39  cri 

  ວັນ​ທີ 31 ສິງຫາ​ແລ້ວ​ນີ້ ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກກອມ​ມູນິດ​ຈີນ​, ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ເດີນທາງ​ມາ​ເຂົ້າຮ່ວມກິດຈະກຳ​ລະນຶກ​ວັນ​ຄົບຮອບ 70 ປີແຫ່ງໄຊຊະນະຂອງສົງຄາມປະ ຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ​ແລະ ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ.

  ​ໂອກາດ​ນີ້, ທ່ານສີ​ຈິ້ນ​ຜິ​ງ ​ໄດ້​ຕາງໜ້າ​ພັກ ​ແລະ ລັດຖະບານ​ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ ​ແລະ ລັດຖະບານ​ລາວ ທີ່​ໃຫ້ການ​ສະໜັບສະໜູນຢ່າງ​ໃຫຍ່ຕໍ່​ຝ່າຍ​ຈີນ​ໃນ​ກາ​ນຈັດ​ກິດຈະກຳ​ລະນຶກ​ໃນ​ຄັ້ງນີ້. ທ່ານ​ກ່າວ​ວ່າ: ຈີນ​ແລະ​ລາວ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ​ໂລກ​ຄັ້ງທີ 2, ປະຊາຊົນ​ສອງ​ຊາດ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ໃນ​ການ​ສູ້​ຮົບ ​ແລະ ຜູກ​ພັນ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລິກ​ເຊິ່ງ​ໃນ​ຂະ​ບວນການ​ຮ່ວມ​ກັນ​ຕໍ່ຕ້ານ​ການ​ຮຸກ​ຮານ ​ແລະ ຍາດ​ແຍ່ງການ​ເປັນ​ເອກະລາດ​ຂອງ​ຊົນ​ຊາດຕົນ. ພວກ​ຂ້າພະ​ເຈົ້າຍິນ​ດີ​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ເຊິ່ງລວມທັງ​ລາວ ​ເພື່ອ​ປະກອບສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.

  ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ຝ່າຍ​ຈີນ​ຍິນ​ດີ​ຕັ້ງໜ້າ​ຊຸກຍູ້ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຝ່າຍ​ລາວ​ຢ່າງ​ມີ​ປະສິດທິ​ຜົນ, ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຄວາມ​ສາມາດ​ໃນ​ການ​ຜະລິດ​, ​ເຮັດ​ໃຫ້ຜົນ​ປະ​ໂຫຍ​ດຮ່ວມ​ລະຫວ່າງ​ສອງ​ຝ່າຍ​ຍົກ​ສູງ​ຂຶ້ນຮອດ​ລະດັບ​ສູງ​ກວ່າ​ເກົ່າ​ອີກ, ສ້າງ​ປະຊາ​ຄົມ​ຮ່ວມຊາຕາກຳ​ຈີນ-ລາວ​ທີ່​ບໍ່​ສາມາດ​ແບ່ງ​ແຍກ​ໄດ້.

  ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປະຊາຊົນ​ຈີນ​ທີ່​ໄດ້​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​​ໃນ​ສົງຄາມ​ໂລກ​ຄັ້ງທີ 2 ​ແລະ ​ໄມຕີ​ຈິດ​ມິດຕະພາບ​ອັນ​ເ​ລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ-ຈີນ​ທີ່​ໄດ້​ຜູກ​ພັນ​ກັນໃນ​ການຄຽງ​ບ່າ​ຄຽງ​​ໄຫຼ່ສູ້​ຮົບ​ໃນ​ສະ​ໄໝ​ສົງຄາມ. ທ່ານ​ກ່າວ​ຕື່ມ​ວ່າ: ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ໄປມາຫາສູ່​ຢ້ຽມຢາມ​ກັນ​ຢ່າງ​​ໃກ້ຊິດລະຫວ່າງການ​ນຳ​ຂັ້ນສູງ, ລົງ​ເລິກ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ກໍ່ສ້າງ​ພັກ, ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ