ສະຖານ​ທູດ​ຈີນ​ປະຈຳ​ຍີ່ປຸ່ນ​ຈັດ​ງານ​ລ້ຽງຮັບຮອງ​ເພື່ອ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນຕໍ່ຕ້ານການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​
2015-09-01 15:39:35  cri 

ຕອນ​ຄ່ຳ​ວັນ​ທີ 31 ສິງຫາ​ແລ້ວ​ນີ້, ສະຖານທູດ​ຈີນ​ປະຈຳ​ຍີ່ປຸ່ນ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ ​ເພື່ອ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ ​ແລະ ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ. ທ່ານ​ເສິງ​ຢົງ​ຮວາ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ ​ໄດ້​ກ່າວ​ຄຳປາ​ໄສ ​ໂດຍ​ໄດ້​ສະຫຼຸບບົດຮຽນ​ທາງ​ລົບ​ອັນ​ເລິກ​ເຊິ່ງຈາກ​ສົງຄາມ, ​ ​ລະ​ລຶກ​ແລະ​ອາ​ໄລ​ຫາຜູ້​ເສຍສະຫຼະຊີວິດ​ອັນ​ລ້ຳ​ຄ່າຢ່າງ​ກ້າຫານ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ທຳ​ແລະ​ສັນຕິ​ພາບ, ແລະຮ່ວມ​ກັນຈ້ອງ​ມອງ​ອະນາຄົດ​ຂອງ​ປະຊາ​ຄົມ​ໂລກທີ່​ມີ​ສັນຕິ​ພາບ​ຖາວອນ.

ທ່ານ​ເສິງ​ຢົງ​ຮວາ ກ່າວ​ວ່າ: ​ແປວ​ໄຟ​ສົງຄາມ​​ໃນຄາວນັ້ນ​ໄດ້​​ເພີກຫາຍ​ໄປ​ໝົດ​ແລ້ວ, ​ແຕ່​ຄວາມ​ເປັນ​ທຳ ​ແລະ ມະ​ໂນ​ທຳ​ຈະ​ບໍ່​ເພີກ​ຫາຍ​ຈົນ​ເທົ່າ​ໃດໆ. ພວກ​ເຮົາ​ຄວນ​ປົກ​ປັກ​ຮັກສາ​ຄວາ​ມ​ເປັນ​ທຳ ​ແລະ ມະ​ໂນ​ທຳ ດ້ວຍ​ຄວາມຊື່ສັດ​ແລະຄວາມ​ຈິງ​ອົກ​ຈິງ​ໃຈ, ທົບ​ທວນຄືນມະ​ຫັນ​ຕະ​ໄພ​ທີ່​ມວນ​ມະນຸດ​ໄດ້​ປະສົບ​ໃນ 70 ກວ່າ​ປີ​ກ່ອນ, ​ແລະ​ຖອດ​ຖອນ​ບົດຮຽນ​ທາງ​ລົບ​ຈາກ​ມະ​ຫັນ​ຕະ​ໄພ​ໃນ​ຄາວ​ນັ້ນ, ສ້າງ​ກຳ​ແພງ​ອັນ​ໝັ້ນ​ແກ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​ໂສກ​ນາດຕະກຳ​ຈາກສົງຄາມ​ເກີດ​ຂຶ້ນອີກ.

ທ່ານ​ເສິງ​ຢົງ​ຮວາ ຊີ້​ອອກ​ວ່າ: ຝ່າຍ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໃຈກວ້າງ​ແລະ​ໂອບອ້ອມ​ອາລີ​ທີ່​ປະຊາຊົນ​ໃນ​ທົ່ວໂລກຍາກ​ທີ່​ຄິດ​ອອກ​ໄດ້​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ພາຍຫຼັງສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ສິ້ນ​ສຸດ​ລົງ. ພາຍຫຼັງສົງຄາມ​ບັ້ນນັ້ນ​ໄດ້ສິ້ນ​ສຸດ​ລົງ 70 ປີຜ່ານມາ​ນີ້, ສອງ​ປະ​ເທດ​ໄດ້​ປ່ຽນ​ຈາກ​ການ​ເປັນ​ປໍ​ລະ​ປັກ​ກັນ​ກັບ​ມາ​ເປັນ​ການ​ຮ່ວມ​ມື​ແລະ​ມີ​ໄມຕີ​ຈິດ​ມິດຕະພາບຕໍ່ກັນ, ​ແລະ​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່​ສຳຄັນ​ຈາກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ຢ່າງ​ໃຫຍ່ຫຼວງ. ພວກ​ຂ້າພະ​ເຈົ້າຄອງ​ຄອຍຢ່າງ​ຈິງ​ໃຈ​ວ່າ​ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ຍີ່ປຸ່ນຈະ​ບັນລຸ​ການ​ພັດທະນາ​ຢ່າງ​ໝັ້ນທ່ຽງ ​ແລະ ປອດ​ໃສ​​ເປັນ​ເວລາ​ຍາວ​ນານພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຈິດ​ໃຈການ "​ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ, ຫັນ​ໜ້າ​ສູ່​ອະນາຄົດ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ