ຈີນ​ແລະ​ລາວ​ຮ່ວມ​ກັນ​ລົງ​ນາມ​ໃນ​ແຜນການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດບໍ່​ຫານ-ບໍ່​ເຕັນ
2015-09-01 15:43:24  cri 

ວັນ​ທີ 31 ສິງຫາ​ແລ້ວ​ນີ້ ທີ່​ນະຄອນຫຼວງປັກ​ກິ່ງ, ​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ​ຮ່ວມ​ກັນ​ເປັນ​ພະຍານ, ທ່ານ​ກາວ​ຫູ​ເສິງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ ​ແລະ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີລາວ ​ໄດ້​ຕາງໜ້າ​ລັດຖະບານ​ຂອງ​​ແຕ່ລະປະ​ເທດ​​ຮ່ວມ​ກັນ​ລົງ​ນາມ​ໃນ ແຜນການ​ລວມຮ່ວມ​ກັນ​ໃນ​ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດບໍ່​ຫານ-ບໍ່​ເຕັນຈີນ-ລາວ.

ເຂດ​ຮ່ວມ​ມື​ເສດຖະກິດບໍ່​ຫານ-ບໍ່​ເຕັນຈີນ-ລາວ ​ແມ່ນ​ເຂດ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ​ແຫ່ງ​ທີ​ສອງ ທີ່​ຈີນ​ກັບປະ​ເທດ​ໃກ້​ຄຽງ​ຮ່ວມ​ກັນ​ສ້າງ​ຂຶ້ນ, ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ຂອງ​ຈີນ​ແລະ​ລາວ​ໃນ​ການ​ປະດິດ​ສ້າງ​ຮູບ​ການ​ຮ່ວມ​ມື ​ແລະ ​ເລັ່ງບາດກ້າວ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ.

ພາຍຫຼັງ​ແຜນການ​ລວມດັ່ງກ່າວມີ​ຜົນ​ສັກສິດ​ແລ້ວ, ຈະ​​ເ​ປັນ​ການກະຕຸກຊຸກຍູ້ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ວຍ​ທ່າ​ແຮງ​ດ້ານ​ເສດຖະກິດລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ​ການ​ຄ້າ​ແລະ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາ​ຊົນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ລະຫວ່າງ​ສອງ​ປະ​ເທດ, ​​ແລະເລັ່ງລັດ​ພັດທະນາ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ໃຫ້​ໄວ້​ຂຶ້ນ, ​ເພື່ອ​ສ້າງ​ຄວາມສົມບູນ​ພູນສຸກ​ໃຫ້​ແກ່​ປະຊາຊົນ​ແລະເຂດຊາຍ​ແດນ​ສອງ​ປະ​ເທດ​ຈີນ-ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ