ເປີດ​ບໍລິການ​ເສັ້ນທາງ​ການບິນ​ແຕ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ໄປ​ຫາ​​ເມື​ອງຊາງ​ຊ່າ​ແຂວງ​ຫູ​ນານ​ຂອງ​ຈີນ
2015-09-01 17:03:11  cri 
​ເວລາປະມານ 21 ​ໂມງ​ຂອງ​ວັນ​ທີ 31 ສິງຫາ​ແລ້ວ​ນີ້, ​ຍົນ​ໂດຍສານ​ທີ່​ບິນ​ຈາກ​​ເມືອງ​ຊາງຊ່າ​ແຂວງ​ຫູ​ນານ​ຂອງ​ຈີນ​ໄດ້​ລົງ​ໄປ​ຮອດ​ສະໜາມ​ບິນ​ສາກົນ​ວັດ​ໄຕນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ. ມາ​ຮອດ​ປັດຈຸບັນ, ຍົນ​ໂດຍສານ​ໄປ-ກັບ​ໂດຍ​ກົງ​ທີ່​​ເຊື່ອມ​ຕໍ່​ວຽງ​ຈັນ​ກັບ​ຊາງ​ຊ່າ​ໄດ້​ເລີ່​ມ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ​ຊົ້ງ​ເຈີ​ເຟີ່ງ, ຮອງ​ປະທານ​ປະຈຳການ​ສະພາ​ການ​ຄ້າ​-ຫູ​ນານ​ຈີນຂອງ​ລາວ​ແຈ້ງ​ໃຫ້​ນັກ​ຂ່າວ​ຮູ້​ວ່າ: "ການ​ທີ່​ເປີດ​ເສັ້ນທາງ​ການບິນ​​ໄປ-ກັບ​ໂດຍ​ກົງຈະ​ເປັນ​ການ​ເປີດ​ເສັ້ນ​ທາງ​ກັບ​ບ້ານ​ທີ່​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ແຂວງ​ຫູ​ນານຈີນ​ຢູ່​ລາວ, ​ແລະກໍ່ຈະອຳນວຍ​ຄວາມ​ສະດວກ​ທີ່​ໃຫຍ່​ຫຼວງ​ແລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​​ແຂວງຫູ​ນານ​ຈີນ-ລາວ, ​ເຊິ່ງການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ-ການ​ຄ້າ, ວັດທະນະທຳ, ການທ່ອງ​ທ່ຽວ​ແລະ​ຜູ້​ຄົນລະຫວ່າງ​ສອງ​​ແຫ່ງ​ນີ້​ຈະ​ຍິ່ງມີ​ຄວາມ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ.​"

​​ຖ້ຽວ​ບິນ​ໄປ-ກັບ​ໂດຍ​ກົງ​ແມ່ນ​ບໍລິສັດ​ການບິນ​ລາວ​​ເປັນ​ຜູ້​ດຳ​ເນີນ​ງານ, ​ໂດ​ຍຍົນ​ໂດຍສານ​ແອບັສ A320 ປະຕິບັດ​ໜ້າ​ທີ່​ການບິນ, ທຸກ​ວັນ​ຈັນ​ແລະ​ວັນ​ສຸກ​ໜຶ່ງ​ຖ້ຽວ, ​​ການບິນ​​ໜຶ່ງ​ຖ້ຽວຈະ​ໃຊ້​ເວລາປະມານ 2 ຊົ່ວ​ໂມງ​ກັບ 45 ນາທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ