ໄຂກອງ​ປະຊຸມ​ໃຫຍ່​ປະທາ​ນລັດຖະສະພາ​ໂລກ​ຄັ້ງ​ທີ 4
2015-09-01 17:04:23  cri 
ກອງ​ປະຊຸມ​ໃຫຍ່​ປະທາ​ນລັດຖະສະພາ​ໂລກ​ຄັ້ງ​ທີ 4 ​ໄດ້​​ໄຂ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ທີ່​ນະຄອນ​ນິວຢອກ​ຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 31 ສິງຫາ​​ແລ້ວນີ້. ກອງ​ປະຊຸມ​ຈະ​ສຸມ​ໃສ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ລັດຖະສະພາຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ​ໃນ​ປັດຈຸບັນ, ຊຸກຍູ້​ການ​ປະຕິບັດວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015​ ​ແລະ​ບັນຫາ​ອື່ນໆ.

​ໃນ​ພິທີ​ໄຂກອງ​ປະຊຸມ, ທ່ານ​ຊາ​ເບີ ຊາວດູຣີ, ປະທານ​ສະຫະພັນ​ລັດຖະສະພາ​ນານາ​ຊາດກ່າວ​ຄຳ​ປາ​ໄສ​​ໃນ​ພິທີ​ໄຂ​ກອງ​ປະຊຸມວ່າ: ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ແມ່ນ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ໃນ​ສະ​ໄໝ​ປັດຸ​ຈຸ​ບັນ, ທົ່ວ​ໂລກ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ສັບ​ສົນ​ຕ່າງໆ​ຕົວຢ່າງ​ຄື: ຄວາມທຸກ​ຍາກ, ການ​ປະ​ທະ​ກັນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພພິບັດ​ແລະ​ອື່ນໆ. ທ່ານ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈົ່ງພ້ອມ​ກັນ​ຮ່ວມ​ມື​ເພື່ອສ້າງ​ປະຫວັດສາດ​ໃໝ່.

ກອງ​ປະຊຸມ​ໃຫຍ່​ປະທາ​ນລັດຖະສະພາ​ໂລກ​ຄັ້ງ​ທີ 4 ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 2 ກັນຍາ​ນີ້, ຜູ້ນຳ​ລັດຖະສະພາ​ຂອງ 140 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ຈ່າງ​ເຕີ​ຈ່ຽງ, ປະທານສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ