ງານ​ວາງສະ​ແດງ​ຈີນ-ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່​​ເມືອງ​ສາງ​ຊູ່​ນຂອງ​ຈີນ
2015-09-01 16:55:46  cri 

ວັນທີ 1 ກັນຍາ​ນີ້, ງານ​ວາງສະ​ແດງ​ຈີນ-ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຄັ້ງ​ທີ 10 ທີ່​ຈະ​ດໍາ​ເນີນ​ເປັນ​ເວລາ 6 ມື້ ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​​ເມື​ອງສາງຊູ່​ນ ​ແຂວງ​ຈີ​ລິນຂອງ​ຈີ​ນ. ທ່ານ​ວ່າງ​ຢາງ, ຮອງ​ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ ​ແລະ​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​ໄຂ​ງາ​ນວາງສະ​ແດງ​ດັ່ງກ່າວ.

ງານ​ວາງສະ​ແດງ​ຈີນ-ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ເປັນ​ງານ​ວາງ​ສະ​ແດງ​ສັງ​ລວມສາກົນ​ລະດັບ​ຊາດທີ່​ຜ່ານການ​ອະ​ນຸມັດ​ຈາກ​ຄະນະ​ລັດຖະບານ​ຈີນ ​ເຊິ່ງກະຊວງ​ການ​ຄ້າ​ຈີນ, ອົງການ​ປົກຄອງ​ແຂວງ​ຈີ​ລິນ​ຈີນ ຮ່ວມ​ກັນ​​ເປັນ​ເຈົ້າພາບ​ຈັດ​ງານ​ວາງສະ​ແດງ​ດັ່ງກ່າວ. ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ລວມມີຫ້ອງວາງສະ​ແດງທີ່​​ໄດ້ມາດຕະຖານ​ສາກົນ​ຈໍານວນ 3270 ຫ້ອງ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 712 ຫ້ອງເມື່ອ​ທຽບ​ກັບ​ຄັ້ງ​ທີ່​ຜ່ານ​ມາ. ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ດັ່ງກ່າວ ຈະ​ຈັດ​ຫຼາຍ​ກິດຈະ​ກໍາ ​ເຊິ່ງລວມທັງ​ກອງ​ປະຊຸມ​ໜ່ວຍ​ງານ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຊາຍ​ແດນ ​ແລະ​ທ້ອງ​ຖິ່ນ​ລະຫວ່າງ​ຈີນ​ກັບຣັດ​ເຊຍ, ​ເວທີ​ປຶກສາ​ຫາລື​ຄົນ​ກາງ​ທີ່​ດີ​ເດັ່ນ​ຂອງ​ຈີນ, ຍີ່ປຸ່ນ ​ແລະ​ສ.​ເກົາຫຼີ, ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ຈີນ, ຍີ່ປຸ່ນ ​ແລະ​ສ.​ເກົາ​ຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ