ມາ​ກາວ​ຈັດ​ງານ​ວາງສະ​ແດງ​ລະນຶກວັນ​ໄຊຊະນະ​ຄົບຮອບ 70 ປີ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ
2015-09-01 17:02:02  cri 

ວັນ​ທີ 1 ກັນ​ຍາ​ນີ້, "ງານ​ວາງສະ​ແດງ​ລະນຶກວັນ​ໄຊຊະນະ​ຄົບຮອບ 70 ປີ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ"​ເຊິ່ງອົງການ​ປົກຄອງ​ເຂດ​ປົກຄອງ​ພີ​ເສດ​ມາ​ກາວ ​ແລະຫ້ອງການຕິດ​ຕໍ່​ພົວພັນ​ຂອງ​ລັດຖະບານ​ສູນ​ກາງ​ຈີນປະ​ຈໍາ​ເຂດ​ມາ​ກາວ​ຮ່ວມ​ກັນ​​ເປັນເຈົ້າພາບ​ຈັດ​ຂຶ້ນ​ນັ້ນ ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ວາງສະ​ແດງ​ຂອງຂວັນ​ຊົ​ມ​ເ​ຊີ​ຍມາ​ກາວກັບ​ຄືນ​ປະ​ເທດ. ​ເຈົ້າ​ໜ້າທີ່​ອົງການ​ປົກ​ຄອງ​ເ​ຂດມາ​ກາວ, ຜູ້ຕາງໜ້າ​ສູນ​ກາງ​ຈີນ​ປະ​ຈໍາ​ມາ​ກາວ ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ສັງຄົມຫຼາຍ​ກວ່າ 100 ທ່ານ ​ໄດ້​​ເຂົ້​າຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​ດັ່ງກ່າວ.

ງານ​ວາງສະ​ແດງ​ດັ່ງກ່າ​ວຈະ​ຈັດ​ຂຶ້ນ​ຈົນ​ເຖິງ​ວັນ​ທີ 4 ຕຸລາ​ໜ້າ​ນີ້ ​ໂດຍ​ວາງສະ​ແດງ​ຮູບ​ພາບອັນ​ລໍ້າ​ຄ່າ​ກ່ຽວ​ກັບ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່​ປຸ່ນປະມານ 210 ຮູບ ​ແລະວັດຖຸ​ຮູ​ຮານ​ອັນ​ລໍ້າ​ຄ່າ​ເກືອບ 80 ​ເຄື່ອງ ​ເຊິ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ປະຫວັດສາດ​ຂອງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່​ປຸ່ນຂອງປະຊາ​ຊົນຈີນ, ຊີວິດ​ອັນ​ທຸກ​ຍາກ​ລໍາບາກ​ຂອງ​ຊາວ​ມາ​ກາວ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ ພ້ອມ​ດ້ວຍ​ຊາວມ​າກາວ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ​ເພື່ອ​ສະ​ໜັບສະ​ໜູນ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ ​ແລະ​ສະພາບອື່ນໆ​ທີ່​ກ່ຽວຂ້ອງ. ງານ​ວາງ​ສ​ະ​ແດງ​ໃນ​ຄັ້ງ​ນີ້​ແບ່ງ​ອອກ​ເປັນ 2 ພາກສ່ວນ ຄື ພາກສ່ວນ​ທີ​ໜຶ່ງ​ເປັນ​ຕົ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສົງຄາມ​ຕໍ່ຕ້ານຟາ​ຊິດ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ; ພາກ​ທີ​ສອງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຊັ້ນ​ຄົນ​ຕ່າງໆ​ຂອງ​ມາ​ກາວ​ຜູກ​ຄວາມ​ສາມັກ​ຄີ​ກັບ​ກໍາລັງ​ຮັກ​ຊາດ ​ເພື່ອ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ ​ແລະ​ກູ້​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ