ຄະນະ​ຜູ້​ແທນຄົ້ນ​ຄວ້າ ​ແລະ​ຜະລິດ​ລົດ​ຍົນ​ຝຣັ່ງຈະ​ເດີນທາງ​ມາ​ຢ້ຽ​​ມຢາມ​ຈີນ​ໃນ​ເດືອນ​ກັນຍາ​ນີ້
2015-09-01 17:05:45  cri 

ພະ​ແນ​ກການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຂອງ​ສະຖານທູດ​ຝຣັ່ງປະ​ຈໍາ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ຄະນະ​ຜູ້​ແທນ​ຄົ້ນຄວ້າ ​ແລະ​ຜະລິດ​ລົດຍົນ​ຂອງຝຣັ່ງຈະ​ເດີ​ນທາງ​ມາ​ຢ້ຽມຢາມ​ຊຽງ​ໄຮ ​ແລະ​ຮົງ​ກົງ​ຂອງ​ຈີນ​ເລີ່​ມ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 25 ກັນຍານີ້. ການ​ຢ້ຽມຢາມ​ຈີນ​ຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ແນະ​ນໍາ​ເຕັກ​ໂນ​ໂລ​ຊີ ​ແລ​ະການ​ປະດິດ​ສ້າງ​ໃໝ່​ຂອງຝຣັ່ງ​ໃນ​ຂົງ​ເຂດ​ລົດຍົນ​ທາງ​ອິນ​ເຕີ​​ເນັດ ​ແລະ​ການຂັບ​ແບບ​ອັດ​ຕະ​ໂນ​ມັດ​ນັ້ນ ຕໍ່​ວົງ​ການ​ອຸດສາຫະກໍາ​ຂອງ​ຮົງ​ກົງ ​ກໍ່​ຄື​ແຜ່ນດິນ​ໃຫຍ່​ຈີນ.

4 ກຸ່ມ​ອຸດ​ສາ​ຫະກໍາ​ທີ່​ຈະ​​ເດີນທາງ​ມາ​ຈີນ​ໃນ​ຄັ້ງ​ນີ້​ແມ່ນ​ມາ​ໃນ​ນາມ​ຂອງລັດຖະບານ, ​ເປັນ​ກຸ່ມ​ອຸດສາຫະກໍາ​ທີ່ສະໜັບສະໜູນ ​ແລະ​ພັດທະນາ​ໂດ​ຍອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຝຣັ່ງ ​ເພື່ອ​ຟື້ນ​ຟູ​ອຸດສາຫະກໍາ​ແບບມີ​ການ​ປະດິດ​ສ້າງ​ໃໝ່​ໃນ​ຂົງ​ເຂດ​ລົດຍົນ​ຂອງ​ທ້ອງ​ຖິ່ນ​ດັ່ງກ່າວ. ກຸ່ມ​ອຸດສາຫະກໍາ​ຂອງຝຣັ່ງ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ລັດຖະບານ​ຝຣັ່ງພາຍ​ໃຕ້​ຂອບ​ນະ​ໂຍບາຍ​ອຸດສາຫະກໍາ​ອັນ​​ໃໝ່​ເມື່ອປີ 2005 ​ເຊິ່ງມີ​ຈຸດ​ປະສົງ​ເພື່ອ​ລະດົມ​ປັດ​ໄຈສໍາຄັນ ຂອງຄວາມ​ສາມາດ​ແກ້ງ​ແຍ້​ງ, ກະຕຸກ​ຊຸກຍູ້​ການ​​ເຕີບ​​ໂຕ​ຂອງ​ຂະ​ແໜງ​ການ​ເສົາ​ຄໍ້າ ​ແລະ​ເພີ່ມ​ທະວີ​ໂອກາດ​ປະກອບ​ອາຊີບ ​ໂດຍ​ຜ່ານ​ການ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ປະດິດ​ສ້າງ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ