​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ປະ​ທ້ວງ​ແລະ​ເຈົ້າໜ້າ​ທີ່​ທະຫານ-ຕຳຫຼວດ​ອູ​ແກຣນ
2015-09-01 15:22:24  cri 
  ຕາມ​ຂ່າວ CRI​: ວັນ​ທີ 31 ສິງຫາ​​ແລ້ວນີ້, ຜູ້​ປະ​ທ້ວງທີ່​ຄັດຄ້ານ​ການ​ດັດ​ແກ້​ລັດຖະທຳ​ມະນູນ​ແລະ​ເຈົ້າ​ໜ໊າທີ່​ທະຫານ-ຕຳຫຼວດ​ອູ​​ແກ​ລນ​ໄດ້​ເກີດ​ເຫດການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ຢູ່​ຕໍ່ໜ້າ​ຫໍ​ລັດຖະສະພາ​ທີ່​ນະຄອນຫຼວງ​ກຽບຂອງ​ອູ​ແກ​ລນ, ​ເຮັດ​ໃຫ້​ມີທະຫານ 1 ຄົນ​ເສຍ​ຊີວິດ, ​ເຈົ້າ​ໜ້າ​ທີ່​ທະຫານ-ຕຳຫຼວດ​ເກືອບຮ້ອຍ​ຄົນ​ໄດ້​ຮັບ​ບາ​ດ​ເຈັບ.

  ມື້​ດຽວ​ກັນ, ທ່ານ​ດິມິ​ຕຣິ ​ເປສ​ໂກ​ຟ, ​ເລຂາທິການ​ຖະ​ແຫຼ​ງຂ່າວ​ຂອງ​ປະທານາທິບໍດີຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການຕໍ່​ສື່​ມວນ​ຊົນ​ວ່າ: ຣັດ​ເຊຍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່ເຫດການປະ​ທະ​ກັນ​ຮຸນ​ແຮງ​ຄັ້ງ​ນີ້, ທັງ​ກ່າວ​ປະນາມ​ຕໍ່​ເຫດການ​ນີ້, ​ແຕ່ຣັດ​ເຊຍ​ເຫັນ​ວ່າ​ນີ້​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ອູ​ແກ​ລນ.

  ລັດຖະທຳ​ມະນູນສະບັບ​ດັດ​ແກ້​ຂອງ​ອູ​ແກ​ລນມີ​ເນື້ອ​ໃນ​ຕົ້ນຕໍ​ຄື: ລັດຖະບານ​​ກາງປ່ອຍ​ອຳນາດ​ແລະ​ເປີດ​ກວ້າງ​ສິດ​ປົກຄອງ​ຕົນ​ເອງ​​ໃຫ້​ທ້ອງ​ຖິ່ນ, ​ແຕ່ບໍ່​ໄດ້​ມອບ​ຖານະ​ທາງ​ການ​ເມືອງ​ພິ​ເສດ​ໃຫ້​ແກ່​ລັດໂດ​ເນັສກ໌​ແລະ​ລັດ​ໂລ​ຮານສກ໌ທີ່ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ລນ, ​ແຕ່​ໄດ້​ສະ​ເໜີ​ວ່າ​ຈະ​ວາງ​ຂໍ້​ກຳນົດ​ຕໍ່​ການ​ປົກຄອງ​ຕົນ​ເອງ​ດ້ວຍ​ຮູບ​ການພິ​ເສດ​ຢູ່​ບາງ​ທ້ອງ​ຖິ່ນ​ທີ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ລນ​ໃນ​ກົດໝາຍ​ອີກ​ສະບັບ​ໜຶ່ງ. ບາງພັກ​ຝ່າຍ​ແລະ​ອົງການ​ຈັດ​ຕັ້ງ​ສັງຄົມ​ໄດ້​ຄັດຄ້ານ​ຕໍ່​ເລື່ອງ​ນີ້​ຢ່າງ​ເດັດຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ