ການ​ໂ​ຈມຕີ​ທາງ​ອາກາດ​ຂອງຣັດ​ເຊຍຕໍ່​ກຸ່ມ IS ​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ສິ່ງ​ກໍ່ສ້າງ​ພົນລະ​ເຮືອນ
2015-10-08 17:31:48  cri 

ວັນ​ທີ 7 ຕຸລາ​ນີ້, ທ່ານ​ວິກຕໍ ​ບູນດາ​ເຣຟ, ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ​ອາກາດ​, ຂອງຣັດ​ເຊຍ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ລູກ​ລະ​ເບີດ​ນຳ​ວິຖີ​ແລະ​ລູກສອນ​ໄຟ​ທີ່​ຍິງ​ໂດຍກອງທັບອາກາດ​, ຂອງຣັດ​ເຊຍຢູ່​ຊີຣີລ້ວນ​ແຕ່​ຖື​ເປົ້າ​ໝາຍ​ຢ່າງ​ແມ່ນ​ຢໍາ​ແລະບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ສິ່ງ​ກໍ່ສ້າງ​ພົນລະ​ເຮືອນ​​ແຕ່​ຢ່າງ​ໃດ.


ທ່ານ​ອານ​​​ເດຼ ຄາ​ຕາ​ໂບ​ໂລ​ຟ, ຫົວໜ້າ​ກົມສູ້​ຮົບຂອງ​ກົມ​ໃຫຍ່​ເສ​ນາ​ທິການ​ກອງທັບຣັດ​ເຊຍ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ​ເປົ້າ​ໝາຍ​ທີ່ກອງທັບອາກາດ​, ຂອງຣັດ​ເຊຍປະຕິບັດ​ການ​ຫຼອນ​ໂຈມ​ຕີ​ຢູ່​ຊີຣີລ້ວນ​ແຕ່​ໄດ້​ປະຕິບັດ​ດ້ວຍ​ການ​ຄົ້ນຄວ້າ​ຢ່າງ​ລະ​ອຽດ, ​ແລະ​​ໄດ້​ຍົກ​ເລີກ​ແຜນການ​ໂຈມ​ຕີ​ຫຼາຍ​ເທື່ອ​ຍ້ອນ​ຜູ້​ປະ​ກອບ​ອາວຸດ​ຂອງກຸ່ມ IS ຫຼົບລີ້​ຢູ່​ໃນ​ໝູ່​ປະຊາຊົນ.

​ໃນ​ມື້​ດຽນກັນ, ທ່ານ​ອີ​ໂກ ​ໂຄ​ນາ​ເຊ​ນ​ໂຄ​ຟ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ປະຕິ​ເສດ​ບໍ່ສະໜອງ​ຂໍ້​ມູນ​ດ້ານ​ການ​ສອດ​ແນມ​ກ່ຽວ​ກັບ​ເຂດ​ການ​ຍຶດຄອງ​ຂອງ​ພວກ​ປະກອບ​ອາວຸດ​ຂອງ​ກຸ່ມ is​ ​ແກ່ຣັດ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ