ທ່ານ​ຢາງ​ແຈ​ສື​ພົບ​ປະກັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການປະຈຳ ການ​ຂອງ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
2015-10-09 18:01:08  cri 

ຕາມ​ຂ່າວCRI: ວັນ​ທີ 8 ຕຸລາ​ນີ້, ທ່ານ​ຢາງ​ແຈ​ສື, ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ອານ​ໂທນີ ບຼີນ​ເຄນ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ປະຈຳການ​ຂອງກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິກາ.

ທ່ານ​ຢາງ​ແຈ​ສື​ກ່າວ​ວ່າ, ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດຢ່າງ​ໄດ້ຮັບຜົນ​ສຳ​ເລັດ. ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຢືນຢັນ​ຕໍ່​ທິດ​ທາງ​ທີ່​ຖືກຕ້ອງ​ຂອງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕື່ມ​ອີກ, ​ແລະ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ທີ່​ສຳຄັນ​ໃນ​ລະດັບ​ສອງ​ຝ່າຍ, ພາກ​ພື້ນ​ແລະ​ທົ່ວ​ໂລກ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຢ່າງ​ແຂງ​ແຮງ. ​ໃນ​ໄລຍະ​ຕໍ່ໜ້າ​ນີ້, ສອງ​ຝ່າຍ​ຕ້ອງ​ພະຍາຍາມ​ຮ່ວມ​ກັນ, ຕັ້ງໜ້າ​ປະຕິບັດຂໍ້​ຕົກລົງທີ່​ສຳຄັນ​ຂອງປະມຸກ​ລັດ​ສອງ​ປະ​ເທດ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​​ໃຫ້ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ​ແລະ​ໝັ້ນ​ທ່ຽງ​ຢ່າງ​ຕໍ່​ເນື່ອງ.

ທ່ານອານ​ໂທ​ນີ ​ບຼີນ​ເຄນ​ກ່າວ​ວ່າ, ການ​ເດີນທາງ​ໄປ​ຢ້ຽມຢາມອາ​ເມ​ລິ​ກາ​ຢ່າງ​ມີ​ຜົນສຳ​ເລັດ​ຂອງ​ທ່ານ​ສີ​ຈິ້ນ​ຜີງ​ໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກຮູ້​ວ່າ, ອາ​ເມ​ລິ​ກາ​ກັບ​ຈີນ​ສາມາດ​​ດຳ​ເນີນການ​ຮ່ວມ​ມື​ທີ່​ມີ​ຄວາມ​ໝາຍ​ໃນ​ບັນຫາ​ສຳຄັນ​ຕ່າງໆ. ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ, ຕັ້ງ​ໜ້າປະຕິບັດ​ຂໍ້​ຕົກລົງ​ແລະ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມຄັ້ງ​ນີ້, ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​ຮັບ​ການ​ພັດທະນາ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ