ທ່ານ​ລິວ​ຢຸນສ່າ​ນ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ກິມຈົງ​ອຸນ ​ແລະ​ມອບຈົດໝາຍ​ທີ່​ລົງ​ນາມ​ຂອງທ່ານ​ເລຂາທິການ​ໃຫຍ່​
2015-10-10 15:30:39  cri 
ຕອນ​ຄ່ຳ​ວັນ​ທີ9ຕຸລາ​ນີ້, ຢູ່​ທີ່​ນະຄອນຫຼວງ​ພຽງ​ຢາງ​ຂອງ​ສປປ​ເກົາຫຼີ, ທ່ານ​ລິວ​ຢຸນສ່າ​ນ,​ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ​ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ກິມຈົງ​ອຸນ, ​​ເລຂາ​ທີ1ຂອງພັກ​ແຮງ​ງານ​ເກົາຫຼີ.


ທ່ານ​ລິວ​ຢຸນສ່າ​ນ​ໄດ້​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ​ແລະ​ພອນ​ໄຊ​ອັນປະ​ເສີດ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ, ​ເລຂາທິການ​ໃຫຍ່​ພັກຄອມ​ມູນິດ​ຈີນ​ໄປ​ຍັງ​ທ່ານ​ກິມຈົງອຸນ, ທັງ​ໄດ້​ມອບຈົດໝາຍ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ​ໃຫ້. ​ໃນ​ຈົດໝາຍ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບສປປ​ເກົາຫຼີ​ແມ່ນ​ຜູ້ນຳ​ລຸ້ນ​ເກົ່າ​ຂອງ​ສອງ​ຝ່າຍ​ຮ່ວມ​ກັນ​ສ້າງ​ຂຶ້ນ​ແລະ​ບຳລຸງ​ເສີມ​ສ້າງ​ຢ່າງ​ຕັ້ງ​ໃຈ, ​​ເປັນ​ຄຸນສົມບັດ​ອັນ​ລ້ຳ​ຄ່າ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ​ເຊິ່ງ​ເປັນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ຄວນ​ທະນຸ​ຖະໜອມ​ໃຫ້​ດີ. ພັກ​ແລະ​ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບສປປ​ເກົາຫຼີ,​ຍຶດໝັ້ນ​ທ່າ​ທີ​ປະຕິບັດ​ຕໍ່​ການ​ຂະຫຍາຍ​ສາຍພົວພັນ​ຈີນ​ກັບສປປ​ເກົາຫຼີ​ຈາກ​ລະດັບ​ສູງ​ແຫ່ງ​ຍຸດ​ທະ​ສາດ​ແລະ​ໄລຍະ​ຍາວ​ໄກ, ຍຶດໝັ້ນ​ປົກ​ປັກ​ຮັກສາ, ປັບປຸງ​ແລະ​ຂະຫຍາຍ​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້​ດີ. ພາຍ​ໃຕ້​ສະພາບ​ການ​ໃໝ່, ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ເລີ່​ມຈາກ​ພາກສ່ວນ​ໃຫຍ່​ແຫ່ງ​ສາຍ​ພົວພັນ​ຈີນ-​ສປປ​ເກົາຫຼີ​ແລະ​ແຜນ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ, ຮ່ວມ​ກັບ​ຝ່າຍ​ສປປ​ເກົາຫຼີ​ແລກປ່ຽນ​ຢ່າງ​ໃກ້ຊິດ​ແລະ​ລົງ​ເລິກ​ການ​ຮ່ວມ​ມື, ຊຸກຍູ້​ໃຫ້​ສາຍ​ພົວພັນ​ຈີນ-​ສປປ​ເກົາຫຼີ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ, ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ກິມຈົງ​ອຸນກ່າວ​ວ່າ,​​ເນື່ອງ​ໃນ​ໂອກາດ​ວັນສ້າງ​ຕັ້ງ​ພັກ​ແຮງ​ງານ​ເກົາຫຼີ​ ​ຄົບຮອບ70ປີ,​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ທີ່​ມີ​ສະຫາຍ​ສີ​ຈິ້ນ​ຜີ​ງ​ເປັນ​ເລຂາທິການ​ໃຫຍ່​ນັ້ນ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ພັກ​ຄອມ​ມູນິດ​ຈີນ​ທີ່​ນຳພາ​ໂດຍ​ສະຫາຍ​ລິວ​ຢຸນສ່າ​ນ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​​ເຫັນ​ເຖິງ​ມິດຕະພາບ​ອັນ​ເລິກ​ເຊິ່ງລະຫວ່າງ​ສປປ​ເກົາຫຼີ​ກັບ​ຈີນ, ນີ້​ໄດ້​ໃຫ້​ກຳລັງ​ໃຈ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ພັກ​ແລະ​ປະຊາຊົນ​ຂອງ​ສປປ​ເກົາຫຼີ. ຝ່າຍ​ສປປ​ເກົາຫຼີ​ຍິນ​ດີ​ຮ່ວມ​ກັບ​ຈີນ, ສືບ​ຕໍ່​ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ຜູ້ນຳ​ຂັ້ນ​ນສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ອັນ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ. ​ເຊື່ອ​ໝັ້ນ​ວ່າ​ຜ່ານ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ພວກ​ຂ້າພະ​ເຈົ້າ, ຈະ​ສ້າງ​ອະນາຄົດ​ອັນ​ດີງາມ​ໃຫ້​ແກ່​ສາຍ​ພົວພັນ​ສປປ​ເກົາຫຼີ-​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ