ທ່ານ​ສີ​ຈິ້ນ​ຜີ​ງຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​-ອາ​ຟຼິກາ​ໃຕ້​ແລະ​ຢ້ຽມຢາມ​ອາ​ຟຼິກາ​ໃຕ້​ໃນ​ເດືອນ​ທັນວາ
2015-10-11 14:58:36  cri 
ຕາມ​ຂ່າວCRI: ວັນ​ທີ 9 ຫາ​ວັນ​ທີ 10 ຕຸລາ​ນີ້, ທ່ານ​ຢາງ​​ແຈ​ສື, ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ຟຼີກາ​ໃຕ້​ແລະ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ທ້ອງ​ຖິ່ນ.

ທ່ານ​ຢາງ​ແຈ​ສື​ກ່າວ​ວ່າ, ຈຸດປະສົງ​ຕົ້ນ​ຕໍ່​ຂອງ​ທ່ານ​ໃນການ​ເດີນທາງ​ໄປ​ຢ້ຽມຢາມ​ ​ແມ່ນ​ເພື່ອ​ຕິດ​ຕໍ່ຢ່າງຮອບດ້ານ​ກັບ​ອາ​ຟຣິກາ​ໃຕ້ກ່ຽວ​ກັບ​ແນວ​ຄວາມ​ຄິດ​ດ້ານວຽກ​ງານ​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​​ໂຢຮານເນສ​ເບີກ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​-ອາ​ຟຼີກາ​ໃຕ້​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອາ​ຟຼິກາ​ໃຕ້​ໃນ​ເດືອນ​ທັນວາ​ໜ້າ​ນີ້, ​ແລະ​ຈະໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ກະກຽມ​​ແລະ​ການ​ອອກ​ແບບ​ຜົນສຳ​ເລັດ​ທີ່​ກ່ຽວຂ້ອງ​​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ຟຼິກາ​ໃຕ້​ຂອງ​ທ່ານປະທານ​ປະ​ເທດ​ສີ​ຈິ້ນ​ຜີງ, ຮ່ວມ​ກັນ​ເຮັດ​ໃຫ້​ຂໍ້​ຕົກລົງ​ທີ່ສຳຄັນ​ທີ່​ໄດ້​ບັນລຸ​ໂດຍ​ປະມຸກ​ລັດ​ສອງ​ປະ​ເທດ​​ໃຫ້ປ່ຽນ​​ເປັນ​ການ​ກະທຳ​ຕົວ​ຈິງ​ແລະ​ແຜນການ​​ດຳ​​ເນີ​ນງານ, ຮັບປະກັນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ແລະ​ການ​ຢ້ຽມຢາມ​ໄດ້​ຮັບ​ຜົນສຳ​ເລັດ. ການ​ທີ່ທ່ານ​ປະທານ​ປະ​ເທດ​ສີ​ຈິ້ນ​ຜີ​ງຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​​ໂຢຮານ​ເນສ​ເບີກ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຼິກາ​ໃຕ້​ແລະ​ຢ້ຽມຢາມ​ອາ​ຟຼິກາ​ໃຕ້​ໃນ​ເດືອນ​ທັນວາ​ໜ້າ​ນີ້, ຍ່ອມ​ຈະ​ສ້າງ​ກຳລັງ​ແຮງ​​ໃໝ່ຢ່າງ​ແຂງ​ແຮງ​ເຂົ້າ​ໃນສະຖານະ​ການ​ໃໝ່​ດ້ານ​ການ​ພົວພັນ​ມິດຕະພາບການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຟຼິກາ​ໃຕ້.

ທ່ານ​ຢາງ​ແຈ​ສື​ກ່າວຕື່ມ​ວ່າ, ຈີນ​-ອາ​ຟຼິກາ​ໃຕ້​ຈະ​ກຳ​ໂອກາດ​ສຳຄັນ​ທີ່​ທ່ານ​ປະທານ​ປະ​ເທດ​ສີ​ຈິ້ນ​ຜີງຈະ​ເດີນທາງ​ໄປ​ຢ້ຽມຢາມ​ນັ້ນໃຫ້​ດີ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ສອງ​ຢ່າງ​ຄື​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ແລະ​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດຢ່າງ​ເຕັມທີ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ລະຫວ່າງ​ສອງ​ປະ​ເທດ, ພັດທະນາ​ຮ່ວມ​ກັນ,
ສ້າງ​ຄວາມສຸກ​ໃຫ້ປະຊາຊົນ​ສອງ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ