ສ.ປ.ປ.​ເກົາຫຼີຈັດ​ພິທີ​ສວນສະໜາມ​ເພື່ອ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ​ເກົາຫຼີ​ຄົບຮອບ 70 ປີ
2015-10-11 16:11:27  cri 

 

ວັນ​ທີ 10 ຕຸລາ​ນີ້​, ສ.ປ.ປ.​ເກົາຫຼີ​ໄດ້​ຈັດ​ພິທີ​ສວນ​ສະໜາມ​ຢ່າງ​ຄຶກຄື້ນ​ຢູ່​ສະໜາມ​ຫຼວງກິມອິມຊຸງທີ່​ພຽງ​ຢາງ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ພັກ​ແຮງ​ງານ​​ເກົາຫຼີ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ, ທ່ານ​ກິມ​ເຈິງ​ອຸນ, ຜູ້ນຳ​ສູງ​ສຸດສ.ປ.ປ.​ເກົາຫຼີ​ໄດ້​​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ແລະ​ກ່າວ​ຄຳ​ປາ​ໄສ.



ພິທີ​ສວນສະໜາມ​ເລີ່​ມຈັດ​ຂຶ້ນ​ແຕ່​ 15 ​ໂມງ​ຕາມ​ເວລາ​ພຽງ​ຢາງ. ທ່ານ​​ລີ​ຢົງ​ກີ, ຫົວໜ້າກົມ​ໃຫຍ່​ເສນາ​ທິການ​​ກອງທັບ​ປະຊາຊົນ​ສ.ປ.ປ.​ເກົາຫຼີ​ໄດ້​ກວດກ້ອນ​ກຳລັງຕ່າງໆ, ​ແລະ​​ໄດ້​ລາຍ​ງານ​ພິທີ​ ສວນສະໜາມ​ກຽມເລີ່​ມ​ເຕົ້ນຕໍ່​ທ່ານ​ກິມ​ເຈິ່ງ​ອຸ່ນ. ພາຍຫຼັງ​ພິທີ​ດັ່ງກ່າວ​ສິ້ນ​ສຸດ​ລົງ, ປະຊາຊົນ​ພຽງ​ຢາງ​ໄດ້​ຈັດ​ກິດຈະກຳ​ແຫ່​ຂະ​ບວນລົດ​ດອກ​ໄມ້.

ຕາມ​ຂ່າວ​ແຈ້ງວ່າ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ພັກ​ແຮງ​ງານ​ເກົາຫຼີ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ, ປະຊາຊົນ​ສ.ປ.ປ.​ເກົາຫຼີຈະ​ໄດ້​ພັກ​ຜ່ອນ​​ເປັນເວລາ 3 ວັນ​​ເລີ່​ມ​ແຕ່​ວັນ​ທີ 10 ຕຸລາ​ນີ້ເປັນ​ຕົ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ