ລັດຖະສະພາ​ອີຣານ​ໃຫ້​ສັດຕະຍາບັນ​ຕໍ່ຍັດຕິ​ກົດໝາຍກ່ຽວ​ກັບ​ສັນຍາ​ວ່າ​ດ້ວຍ​ນິວ​ເຄລຍຂອງ​ອີຣານ
2015-10-12 18:37:28  cri 
ຕາມ​ຂ່າວCRI: ຕາມ​ໂທລະພາບ​ຂ່າວ​ຂອງ​ອີຣານລາຍ​ງາ​ນວ່າ: ວັນ​ທີ 11 ຕຸລາ​ນີ້, ລັດຖະສະພາ​ອີຣານ​ໄດ້ຮັບຮອງ​​ແຜນການ​ເຄື່ອນ​ໄຫວ​ຮອບດ້ານ​ປະສົມຫຼື JCPOA ທີ່ອະນຸມັດ​ໃຫ້​ລັດຖະບານ​ອີຣານບົນ​ພື້ນຖານຢ່າງ​​​ມີເງື່ອນ​ໄຂ​​ໃນ​ການປະຕິບັດ​ສັນຍາ​ສະບັບ​ສຸດ​ທ້າຍກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານ​ຢ່າງ​ສະໝັກ​ໃຈ​ທີ່​ອີຣານກັບ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານຄື: ອາ​ເມ​ລິ​ກາ, ຈີນ, ຣັດ​ເຊຍ, ອັງກິດ, ຝະຣັ່ງ​ແລະ​ເຢຍລະ​ມັນ​ຫຼື 5+1 ທີ່​ໄດ້​ເຊັນກັນ​ໃນ​ວັນ​ທີ 14 ກໍລະກົດ​ປີ​ນີ້​.

ຍັດຕິ​ກົດໝາຍ​ດັ່ງກ່າວກ່າວ​ເນັ້ນ​ໃນ​ເວລາ​ດຽວ​ກັນ​ວ່າ: ການ​ເຄື່ອນ​ໄຫວ​ສຳ​ຫຼວດກວດກາ​ໃດໆ​ຂອງອົງການ​ພະລັງງານ​ປະລະມານູ​ສາກົນຕໍ່​ອີຣານ, ລ້ວນ​ແຕ່​ຕ້ອງ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ກົດໝາຍ​ສາກົນ​ພ້ອມ​ທັງ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດອີຣານ. ຍັດ​ຕິ​ກົດໝາຍ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ອີຣານ​ໃຊ້​ການ​ກະທຳ​ທຸກ​ຢ່າງ​ເພື່ອ​ປ້ອງ​ກັນ​ຄວາມລັບ​ດ້ານ​ການ​ທະຫານ​ແລະ​ຄວາມ​ໝັ້ນຄົງ​ຂອງ​ອີຣານ, ພ້ອມ​ທັງ​ຫ້າມ​ບໍ່​ໃຫ້​ອົງການ​ພະລັງງານປະລະມານູສາກົນ​ດຳ​ເນີນ​ການ​ສຳ​ຫຼວດກວດກາ​ຕໍ່ພື້ນຖານ​ໂຄງ​ລ່າງ​ການ​ທະຫານ​ຂອງ​ອີຣານ​ໃນ​ນາມການ​ປະຕິບັດ JCPOA.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ