ຈັດການ​ຊ້ອມ​ຮົບ​ຮ່ວມ​ຕ້ານ​ກາ​ນກໍ່​ການ​ຮ້າຍ​ "ຮ່ວມ​ມື-2015" ລະຫວ່າງ​ກອງທັບ​ບົກ​ຈີນ-ອິນ​ເດຍ
2015-10-12 18:41:57  cri 
ພິທີ​​ໄຂການ​ຊ້ອມ​ຮົບ​ຮ່ວມ​ຕ້ານ​ກາ​ນກໍ່​ການ​ຮ້າຍ​ "ຮ່ວມ​ມື-2015" ລະຫວ່າງ​ກອງທັບ​ບົກ​ຈີນ-ອິນ​ເດຍ​ໄດ້ຈັດ​ຂຶ້ນ​​ຢູ່​ສະໜາມຊ້ອມ​ຮົບສັງ​ລວມຂອງ​ກອງທັບ​ບົກ​ໃນວັນ​ທີ 12 ຕຸລາ​ນີ້.

ນີ້​ແມ່ນ​ການຊ້ອມ​ຮົບຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍຄັ້ງ​ທີ 5 ລະຫວ່າງ​ກອງທັບ​ບົກຈີນ​-ອິນ​ເດຍ, ຊຶ່ງກໍ່​ແມ່ນ​ການ​ຈັດການຊ້ອມ​ຮົບຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍຄັ້ງ​ທີ 3 ຢູ່​ຈີນ. ຕາມ​ຂ່າວ​ແຈ້ງວ່າ: ການຊ້ອມ​ຮົບຮ່ວມ​ໃນ​ຄັ້ງ​ນີ້​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ໃໝ່​ລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດ​​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອິນ​ເດຍ. ທ່ານ​ໂຈ່​ວສຽວ​ໂຈ່​ວ, ຫົວໜ້າ​ຄະນະ​ທັດສະນະ​ສຶກສາ​, ຮອງຜູ້​ບັນຊາ​ການ​ພາກ​ທະຫານ​ເຊີງ​ຕູ່​ຂອງ​ຈີນ​ກ່າວ​ວ່າ: ຈຸດປະສົງ​ຂອງ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້​ແມ່ນ​ເພື່ອ​ເປີດ​ກວ້າງ​ຂົ​ງ​ເຂດ​ການ​ແລກປ່ຽນ​ດ້ານ​ການ​ທະຫານ​ຕື່ມ​ອີກ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ກອງທັບ, ລົງ​ເລິກ​ການ​ແລກປ່ຽນ​​ແລະ​ຖອດ​ຖອນ​ບົດຮຽນ​​ໃນດ້ານ​ການ​ສູ້​ຮົບດ້ານ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​ຊ້ອມ​ຮົບ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ສອງ​ກອງທັບ, ຊຸກຍູ້​ການພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ສອງ​ກອງທັບ​ໃຫ້​ຂະ​ຫຍາ​ຍຕົວ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ການ​ຊ້ອມ​ຮົບ​ບໍ່​ໄດ້​ແນ​ໃສ່​ຝ່າຍ​ທີ 3 , ​ແລະກໍ່​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສະຖານະ​ການ​ຂອງ​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ