ຈີນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວຫຼຸດຜ່ອນ​ຄວາມທຸກ​ຍາກ​ລາຍ​ສະ​ເພາະ​ຫຼາຍ​ໂຄງການ​ກ່ອນ​ຫຼື​ຫຼັງ​ວັນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ
2015-10-12 18:42:45  cri 
ວັນ​ທີ 12 ຕຸລາ​ນີ້, ທ່ານ​ຫົງ​ທ່ຽນ​ຢຸນ, ຮອງ​ຫົວໜ້າ​ຫ້ອງການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຈີນ​ໄດ້​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ຫ້ອງການ​ຖະ​ແຫຼ​ງຂ່າວ​ວ່າ: ກ່ອນ​ຫຼື​ຫຼັງ​ວັນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປີ​ນີ້, ຈີນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລາຍ​ສະ​ເພາະ​ຫຼາຍ​ໂຄງການ.

ໜຶ່ງ​ແມ່ນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼຸດຜ່ອນ​ຄວາມທຸ​ກຍາກ​ດ້ວຍ​ການ​ສຶກສາ. ສອງ​ແມ່ນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ານ​ການ​ເງິນ. ສາມ​ແມ່ນ​ດຳ​ເນີນ​ການ​ເຄື່ອນ​ໄຫວຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ.

ນອກ​ນີ້, ​ໃນ​ໄລຍະ​ວັນ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ຈະ​ສ້າງ​​ເວທີ​​ໃຫ້​ບໍລິການດ້ານການ​ຫຼຸດຜ່ອນ​ຄວາມທຸກ​ຍາກທາງ​ສັງຄົມ, ກະ​ກຽມ​ຈະ​ສ້າງ​ຕັ້ງ​ອົງການ​​ໃຫ້​ບໍລິການ​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກແບບ​ອາສາ​ສະໝັກ, ສະໜັບສະໜູນ​ສະມາຄົມ​ພັດທະນາຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນ​ໃນ​ການ​ສ້າງ​ຕັ້ງ "ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ 17 ຕຸລາ" ​ແລະ​ອື່ນໆ. ກະຊວງ​ອຸດສາຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​ຈີນ​ຈະ​ປະສານ​ງານ​ກັບວິ​ສາ​ຫະກິດ​ໂທລະ​ຄົມສົ່ງ​ຂໍ້ຄວາມ​ສັ້ນ​ສາທາລະນະ​ປະ​ໂຫຍ​ດກ່ຽວ​ກັບວັນ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ທາງ​ສູນ​ກາງຊາວ​ໜຸ່ມ​ກອມ​ມູນິດ, ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຂອງ​ຈີນ​ກໍ່​ຈະ​ຈັດ​ຕັ້ງ​ກິດຈະກຳ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ