ບົດ​ລາຍ​ງານ​ການ​ສືບສວນ​ເຫດການ MH17 ຈະ​ເຜີ​ຍ​ແຜ່ໃນ​ວັນ​ທີ 13 ຕຸລາ​ນີ້
2015-10-12 17:48:39  cri 

ໃນ​ວັນ​ທີ 13 ຕຸລາ​ນີ້, ຄະນະ​ສືບສວນ​ປະສົມ​ສາກົນ​ທີ່​ນໍາພາ​ໂດຍ​ຄະນະ​ກໍາມະການຄວາມ​ໝັ້ນຄົງ​ໂຮ​ນລັງ ຈະ​ເຜີຍ​​ແຜ່ບົດ​ລາຍ​ງານ​ສືບສວນສະບັບ​ສຸດ​ທ້າຍ​ກ່ຽວ​ກັບ​ອຸບັດ​ເຫດທີ່​ເຮືອບິນ​ໂດຍສານ​ຖ້ຽວບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່ຖືກ​ຍິງ​ຕົກ​ຢູ່​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ​ໃນ​ວັນ​ທີ 17 ກໍລະກົດ​ປີ 2014.

ທ່ານ​ວາ​ຊີ​ນ ​ໂວ​ຟຄ໌, ອະ​ດີດ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ສື​ບສວນ​ຂອງ​ກົມ​ຄວາມ​ໝັ້ນຄົງ​ອູ​ແກຣນທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ສືບສວນ​​ເຫດການ​ດັ່ງກ່າວ​​​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ຢູ່​ໃນສົບ​ຂອງ​ຜູ້​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ດັ່ງກ່າວ​ເຄີຍ​ພົບ​ເຫັນຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ນໍາ​ວິ​ຖີ BUK ​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ​ເຮືອ​ນບິນ​ໂດຍສານ​ດັ່ງກ່າວ​ແມ່ນ​ຖືກ​ລູກ​ສອນ​ໄຟ​ນໍາ​ວິ​ຖີ BUK ຍິງ​ຕົກ. ທ່ານ​ໂວ​ຟຄ໌​ເຫັນ​ວ່າ, ຣັດ​ເຊຍ ​ແລະກຸ່ມ​ປະກອບ​ອາວຸດ​ຝ່າຍ​ຕໍ່ຕ້ານ​ຢູ່​ອູ​ແກຣນຄວນ​ຮັບຜິດຊອບ​ຕໍ່"​ເຫດການ​ອັນ​​ໂຫດ​ຫ້ຽມ"ດັ່ງກ່າວ, ​ແຕ່​ກໍ່​ມີ​ຄວາມ​ເປັນ​ຫ່ວງ​ວ່າ​ວຽກ​ງານ​ສື​ບສວນ​ທີ່​ນໍາພາ​ໂດຍ​ໂຮ​ນລັງ​ນັ້ນ "ຈະ​ເປີດ​ເຜີຍ​ເຫດການ​ດັ່ງກ່າວ​ໃຫ້​ໝົດ"ຫຼື​ບໍ່.

​ແຕ່​ຄະນະ​ກໍາມະການ​ຄວາມ​ໝັ້ນຄົງ​ໂຮ​ນລັງ​ກ່າວ​ຢໍ້າວ່າ, ບົດ​ລາຍ​ງານ​ສະບັບ​ດັ່ງກ່າວ​ບໍ່​ແມ່ນ​ຫວັງ​ຢາກສືບສວນ​ໃຫ້​ຈະ​ແຈ້ງວ່າ​​ຄ​ວາ​ມຮັບ​ຜິດຊອບ​ແມ່ນ​ຂຶ້ນ​ກັບ​​ໃຜ, ບັນຫາ​ທີ່​ກ່ຽວຂ້ອງ​ຕ້ອງ​ຜ່ານ​ການ​ສື​ບສວນ​ທັງ​ອາດ​ຍາ​ແລ້ວ​ຈຶ່ງ​ຈະ​ສາມາດ​ຢືນຢັນ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ