ທ່ານ​ຫວາງ​ຢີ້ຊີ້​ແຈງຈຸດ​ຢຶນ 3 ຂໍ້​ຂອງ​ຈີນກ່ຽວ​ກັບ​ສະ​ຖານະ​ການ​ຂອງ​ຊີຣີ​ໃນ​ປັດຈຸບັນ
2015-10-13 15:02:29  cri 

ວັນ​ທີ 12 ຕຸລາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຈີນ​ໄດ້ພົບ​ປະ​ກັບ​ທ່ານ​ບູທາຍ​ນາ ຊາ​ອາ​ບານ, ທີ່​ປຶກສາ​ດ້ານ​ການ​ເມືອງ ​ແລະ​ຖະ​ແຫຼ​ງຂ່າວ​ຂອງ​ປະທາ​ນາ​ທິບໍດີ​ຊີຣີ. ທ່າ​ນຊາ​ອາ​ບານ​ໄດ້​ສະ​ເໜີ​ສະຖານະ​ການ​ຂອງ​ຊີຣີ​ໃນ​ປັດຈຸບັນ ​ແລະຫຼັກໝັ້ນ​ຂອງ​ລັດຖະບານ​ຊີຣີຕໍ່​ຝ່າຍ​ຈີນ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ໃນ​ປັດຈຸບັນ, ຈຸດ​ຢືນຂອງ​ຝ່າ​ຍຈີນ​ກ່ຽວ​ກັບບັນຫາ​ຊີຣີລວມມີ 3 ຂໍ້ ຄື ໜຶ່ງ, ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ບັນດາ​ປະ​ເທດ​ຄວນ​ຮ່ວມ​ມື​ກັນ; ສອງ, ການ​ແຂ້​ໄຂ​ດ້ວຍ​ວິທີ​ການ​ເມືອງ​ຄວນ​ຟຶ້ນ​ຟູ​ໂດຍ​ໄວ; ສາມ, ການ​ຜ່ອນ​ຄາຍ​ວິ​ກິດ​ການ​ດ້ານມະນຸດສະ​ທໍາ​ຄວນ​ເປັນ​ໜ້າທີ່​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດຈຸບັນ. ທ່ານ​ຫວາງ​ຢີ້ກ່າວຕື່ມ​ວ່າ, ຢູ່ໃນການພົວພັນຕໍ່ຕ່າງປະເທດ, ຈີນ​ໄດ້​ມີ​ຈຸດ​ຢຶຶນ​ໃຫ້​ປະຕິບັດ​ຕາມກົດ​ພື້ນຖານແຫ່ງການພົວພັນສາກົນແລະຄັດຄ້ານການແຊກແຊງເຂົ້າໃນວຽກງານການເມືອງພາຍໃນປະເທດອື່ນມາໂດຍຕະຫຼອດ. ຝ່າຍຈີນສະໜັບສະໜູນຊີຣີໃນການປົກປ້ອງອະທິປະໄຕ, ຄວາມເປັນເອກະລາດ ແລະ​ຜືນ​​ແຜ່ນດິນ​ອັນ​ເປັນ​ຄົບຖ້ວນ​ຂອງ​ຕົນ ພ້ອມ​ທັງ​ສະໜັບ​ສະ​ໜູນ​ຊີຣີ​ໃນ​ການ​ຊອກ​ຄົ້ນ​ຫາ​ເສັ້ນທາງ​ພັດທະນາ​ທີ່​ສອດ​ຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ.

ທ່ານຊາ​ອາ​ບານ​ກ່າວ​ວ່າ, ຝ່າຍ​ຊີຣີສະ​ໜັບສະ​ໜູນ​ທຸກຄວາມ​ພະ​ຍາ​ຍາມທີ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂບັນຫາ​ດ້ານ​ການ​ເມື​ອງຂອງ​ຊີຣີ, ຝ່າ​ຍຊີຣີຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ຈຸດ​ຢຶນຂອງ​ຈີນ​​ໃນ​ດ້ານ​ບັນຫາ​ຊີຣີ ​ແລະ​ຍິນ​ດີ​ຕ້ອ​ນຮັບ​ຝ່າຍ​ຈີນ​ສືບ​ຕໍ່​ເສີມຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ ​ແລະ​ສໍາຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ