​​​ໃນ​ມື້​ທໍາ​ອິດ​ຂອງ​ການ​ລົງ​ທະບຽນ ມີ 22 ຄົນລົງ​ທະບຽນ​​ເຂົ້າຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ​​
2015-10-13 16:00:52  cri 

ວັນ​ທີ 12 ຕຸລາ​ນີ້​ເປັນ​ມື້​ທໍາ​ອິດທີ່ຄະນະ​ກໍາມະການການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຟິລິ​ບປິນປີ 2016 ​ເປີດ​ການ​ລົງ​ທະບຽນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ. ​ໃນ​ມື້​ດັ່ງກ່າວ​ລວມມີ 22 ຄົນ​ລົງ​ທະບຽນ​​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ​​.

​ໃນ​ເວລາ 17 ​ໂມງ​ຂອງ​ວັນ​ທີ 12 ຕຸລາ​ນີ້ ​ເຊິ່ງ​ເປັນ​ມື້​ທໍາ​ອິດ​ຂອງ​ການ​ລົງທະບຽນ, ​ໄດ້​ມີ 41 ຄົນ​ເດີນທາງ​ໄປ​ຫ້ອງການ​ວຽກ​ງານ​ການ​ເລືອກ​ຕັ້ງ​ທີ່​ນະຄອນຫຼວງ​ມາ​ນີລາ​​ເພື່ອ​ລົງ​ທະບຽນ ​ແລະ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ, ຮອງ​ປະ​ທາ​ນາ​ທິບໍດີ ​ແລະ​ສະມາ​ຊິກສະພາສູງ. ​ໃນ​ນັ້ນ, ມີ 22 ຄົນ​ລົງ​ທະບຽນ​ເຂົ້າ​ຮ່ວມການ​ເລືອກ​ຕັ້ງ​ປະທານາທິບໍດີ, 3 ຄົນ​ລົງ​ທະບຽນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງຮອງ​ປະທານາທິບໍດີ ​ແລະ 16 ຄົນ​ເຂົ້າ​ຮ່ວມ​ການ​ເລືອກຕັ້ງ​ສະມາຊິກສະພາສູງ.

​ໃນ​ວັນ​ທີ 9 ພຶດສະພາ​ປີ 2016, ຟິລິບປິນຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​​ໄປ ​ເພື່ອ​ເລືອກ​ຕັ້ງ​ລັດຖະກອນ 18.000 ກວ່າ​ຄົນ ​ເຊິ່ງລວມທັງ​ປະທານາທິບໍດີ, ຮອງ​ປະທານາທິບໍດີ, ສະມາຊິກ​ສະພາ​ສູ​ງ, ສະມາຊິກ​ສະພາ​ຕໍ່າ ​ແລະ​ເຈົ້າ​ໜ້າ​ທີ່​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ. ​ໃນ​ໄລຍະ 5 ມື້ ​ເລີ່​ມ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ຕຸລາ​ນີ້, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສາມາດ​ຍື່ນ​ຟອມ​ລົງທະບຽນ​ຢູ່​ທີ່​ອົງການ​ເລືອກ​ຕັ້ງ, ນີ້ກໍ່​ໝາຍ​ຄວາມ​ວ່າໄດ້​ເປີດ​ສາກການ​ແຂ່ງຂັນ​ເລືອກຕັ້ງ​ທົ່ວ​ໄປຢ່າງ​ເປັນ​ທາງ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ