ງານວາງສະ​ແດງປ່າ​ໄມ້​ຂອງ​ງານ​ວາງສະ​ແດງ​ຈີນ-ອາຊຽນປີ 2015 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງຈີນ​ໃນ​ວັນ​ທີ 19 ພະຈິກໜ້າ​ນີ້
2015-10-13 16:49:58  cri 

ງານວາງສະ​ແດງປ່າ​ໄມ້​ຂອງ​ງານ​ວາງສະ​ແດງ​ຈີນ-ອາຊຽນປີ 2015 ຈະ​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ທີ່​ເມືອງ​ນານ​ນິງ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ເລີ່​ມ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 22 ພະຈິກ​ໜ້າ​ນີ້. ງານ​ວາງສະ​ແດງ​ດັ່ງກ່າວ​ລ​ວມມີ 6 ​ເຂດ​ວາງສະ​ແດງ ​ເຊິ່ງຈະ​ວາງ​ສະ​ແດງ​ລັກສະນະ​ຈຸ​ນ​ເຈືອ​ກັນລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ດ້ານ​ຂະ​ແໜງ​ການ​ປ່າ​ໄມ້, ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບດີ ​ແລະ​ມີ​ເອກະລັກ​ພິ​ເສດ, ​ໂຄງການ​ດີ​ເດັ່ນ ​ແລະ​ເຕັກ​ໂນ​ໂລ​ຊີທັນ​ສະ​ໄໝ​ ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ສອງ​ຝ່າຍ.

ນອກ​ນີ້, ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດ​ງດັ່ງກ່າວ ຍັງ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ການ​ຄ້າ​ສາກົນ​ຜະລິດ​ຕະພັນ​ປ່າໄມ້​ຈີນ (ນານ​ນິງ) ຄັ້ງ​ທີ 5, ກອງ​ປະຊຸມ​ການ​ຮ່ວມ​ມື ​ແລະ​ພັດທະນາ​ອຸດສາຫະກໍາແປ້ນ​​ໄມ້ອັດຈີນ-ອາ​ຊຽນ, ​ເວທີ​ປຶກສາ​ຫາລື​ວັດທະນະ​ທໍາ​ໄມ້​ຈີນ​-ອາ​ຊຽນ, ງານ​ສັງ​ສັນ​ກ່ຽວ​ກັບ​ການ​ຈັດ​ຊື້, ງານ​ສັງ​ສັນ​ກ່ຽວ​ກັບ​ໂຄງການ ​ແລະ​ກິດຈະ​ກໍາ​ອື່ນອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ