ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂອງ​ APEC ກ່າວ​ເນັ້ນ​ວ່າ​ພັດທະນາ​ຄົມມະນາຄົມ​ທີ່​ມີ​ລັກສະນະ​ກວມ​ລວມ
2015-10-13 15:26:39  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸ​ມລັດຖະມົນຕີ​ກະຊວງ​ຄົມມະນາຄົມຄັ້ງ​ທີ 9 ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ເຊ​ບູຂອງ​ຟີ​ລິ​ບປີນ, ກອງ​ປະຊຸມ​ໄດ້ຮັບຮອງ​​ແຜນການ​ພັດທະນາຄົມມະນາຄົມ​ທີ່​ມີ​ລັກສະນະ​ກວມ​ລວມ, ຮຽກຮ້ອງ​ໃຫ້​ຂົງ​ເຂດ​ຕ່າງໆ​​ໃນ​ສັງຄົມ​ລ້ວນ​ແຕ່​ມີ​ລະບົບ​ຄົມມະນາຄົມ​ທີ່​ປອດ​ໄພ​ແລະ​ມີ​ປະສິດທິພາບ​ສູງ.

​ໃນ​ຖະ​ແຫຼ​ງການ​ຮ່ວມ​, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຕ່າງໆ​ກ່າວ​ວ່າ, ພັດທະນາ​ຄົມມະນາຄົມ​ທີ່​ມີ​ລັກສະນະ​ກວມ​ລວມມີ​ຜົນ​ດີ​ຕໍ່​ການ​ພັດທະນາ​​ກຳລັງການ​ຜະລິດ​ແລະ​ຊຸກຍູ້​ເສດຖະກິດ​ໃຫ້​ເຕີບ​ໂຕ. ​ແຜນການຄົມມະນາຄົມ​ທີ່​ມີ​ລັກສະນະ​ກວມ​ລວມ​ແມ່ນ​ຟີ​ລິບ​ປີ​ສະ​ເໜີ​ອອກ, ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການວາງ​ກົນ​ໄກ​ຄົມມະນາຄົມ​ທີ່​ສົມ​ເຫດ​ສົມ​ຜົນ; ກ່າວ​ເນັ້ນ​ຄວາມ​ຕ້ອງການຂອງ​ສ່ວນ​ບຸກຄົນ​ຕໍ່​ຄົມມະນາຄົມ​, ພ້ອມ​ກັນ​ນັ້ນ, ຄົມມະນາຄົມ​ທີ່​ມີ​ລັກສະນະ​ກວມ​ລວມຍັງ​ຈະສົ່ງ​ເສີມ​ຮູບ​ການ​​ເດີນທາງ​ແບບ​ສີ​ຂຽວ​ແລະ​ມີ​ຕົ້ນ​ທຶນ​ຕ່ຳ, ຕົວຢ່າງ​ວ່າ​ຂີ່​ລົດຖີບ​ແລະ​ການເດີນທາງ​ດ້ວຍ​ການຍ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ