ຕາມຂ່າວ CRI: ວັນທີ 11 ຕຸລານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ທ່ານເຣເຊັບ ໄຕຢິບ ເອີໂດກັນ, ປະທານາທິ ບໍດີຕວກກີກ່ຽວກັບເຫດການລະເບີດທີ່ເກີດຂຶ້ນຢູ່ຕວກກີທີ່ເຮັດໃຫ້ປະຊາຊົນເສຍຊີວິດແລະໄດ້ຮັບບາດເຈັບຈຳນວນຫຼວງຫຼາຍ.
ທ່ານສີຈິ້ນຜິງໄດ້ຕາງໜ້າລັດຖະບານແລະປະຊາຊົນຈີນພ້ອມໃນນາມສ່ວນຕົວສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ, ທັງໄດ້ສະແດງຄວາມເຫັນໃຈຢ່າງຈິງໃຈເຖິງຄອບຄົວຂອງຜູ້ໄດ້ຮັບບາດເຈັບແລະຜູ້ປະສົບເຄາະຮ້າຍ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຝ່າຍຈີນຄັດຄ້ານລັດທິກໍ່ການຮ້າຍຮູບການໃດໆ, ປະນາມຢ່າງຮຸນແຮງຕໍ່ການໂຈມຕີແບບກໍ່ການຮ້າຍທີ່ແນໃສ່ປະຊາຊົນຜູ້ບໍລິສຸດໃນຄັ້ງນີ້. ຝ່າຍຈີນຍິນດີຮ່ວມກັບຕວກກີແລະປະຊາຄົມໂລກ, ຮ່ວມກັນຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍ.
ມື້ດຽວກັນ, ທ່ານຫຼີເຄິ້ສຽງ, ນາຍົກລັດຖະມົນຕີຈີນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ທ່ານອາເມດ ດາວູໂຕກລູ, ນາຍົກລັດຖະມົນຕີຍີ່ຕວກກີເຊັ່ນດຽວກັນ.