​​ເປີດສູນ​ຮ່ວມ​ມື​ອິນ​ໂດ​ເນ​ເຊຍ-ຈີນຢູ່ເມືອງເຊີນ​ເຈິ້ນ​ຂອງ​ຈີນ
2015-10-13 16:46:02  cri 
  ວັນທີ 12 ຕຸລາ​ນີ້, ​ໄດ້​ເປີດສູນ​ຮ່ວມ​ມື​ອິນ​ໂດ​ເນ​ເຊຍ-ຈີນຢູ່​ເມືອງເຊີນ​ເຈິ້ນ​, ​ແຂວງ​​ກວາງຕຸ້ງ​ຂອງ​ຈີນ​ແລະ​ໄດ້​ຈັດ​ພິທີ​ຕັ້ງ​ຊື່​ແລະ​ເປີດ​ປ້າຍຂອງ​ສູນ​ດັ່ງກ່າວ, ​ນີ້​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ສ້າງ​ຕັ້ງສູນ​ດັ່ງກ່າວ​ໄດ້​ເລີ່​ມດຳ​ເນີນງານ​ແລ້ວ. ທ່ານ​ນາງ ເມ​ກາ​ວາ​ຕິ ໂສກາ​ໂນ​ປູ​ຕຣີ​, ປະທານ​ພັກປະຊາຊົນ​ແລະສູຮົບ​ອິນ​ໂດ​ເນ​ເຊຍ, ອະດີດ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານ​ເຈິ້ງ​ປີ້​ຈ່ຽນ, ປະທານ​ສະມາຄົມຄົ້ນຄວ້າຍຸດທະສາດ​ປະດິດ​ສ້າງ​ໃໝ່​ແລະການ​ພັດທະນາ​ແຫ່ງ​ຊາດ​ຈີນ​​ແລະ​ເຈົ້າ​ໜ້າ​ທີ່​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ.

  ທ່ານນາງ​ ເມ​ກາ​ວາ​ຕິເຫັນ​ວ່າ, ສູນດັ່ງກ່າວບໍ່ພຽງ​ແຕ່​ຈະສາມາດ​ຊຸກຍູ້​ການ​ພັດທະນາ​ຂອງ​ຈີນ​ເທົ່າ​ນັ້ນ, ​ແຕ່​ຍັງ​ສາມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ, ພາຍ​ໃຕ້​ການຊຸກຍູ້​ຂອງ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ່ນ​ທາງ", ສາ​ຍພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສາມາດ​ພັດທະນາ​ໃຫ້​ດີຂຶ້ນກ​ວ່າ​ເກົ່າ.

  ​ໂຄງການ​ດັ່ງກ່າວ​ແມ່ນ​ມີ​ພັກປະຊາຊົນ​ແລະ​​ສູຮົບ​ອິນ​ໂດ​ເນ​ເຊຍແລະສະມາຄົມຄົ້ນຄວ້າຍຸດທະສາດ​ປະດິດ​ສ້າງ​ໃໝ່​ແລະການ​ພັດທະນາ​ແຫ່ງ​ຊາດ​ຈີນ​​​ເປັນ​ເຈົ້າພາບ, ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ແລະ "ເຮືອນ​ພັກແຫ່ງອິນ​ໂດ​ເນ​ເຊຍ" ​ເປັນຝ່າຍ​ປະສານ​ງານ. ​ໂຄງການ​ດັ່ງກ່າວ​ມີ​ແຜນ​ຈະ​ສ້າງ​ເຂດ​ການ​ຄ້າ​ເສລີ​ຢູ່ເມືອງເຊີນ​ເຈິ້ນ​, ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ຮ່ວມ​ມື​ແລະ​ການ​ໄປມາຫາສູ່​ກັນ​ເປັນ​ປົກກະຕິລະຫວ່າງອິນ​ໂດ​ເນ​ເຊຍ​ແລະ​ຈີນ​ໃນ​ການດຳ​ເນີນ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ