9 ​ເດືອນ​ປີ​ນີ້, ມູນ​ຄ່າ​ການດຶງ​ດູດ​ການ​ລົງ​ທຶນຈາກ​ຕ່າງປະ​ເທດຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 9%
2015-10-13 16:49:59  cri 
  ຂໍ້​ມູນ​ຈາກ​ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ​ໃນ 9 ​ເດືອນ​ປີ​ນີ້, ຈີນ​ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ລົງທຶນ​ຈາກ​ນັກທຸລະກິດ​ຕ່າງປະ​ເທດຈຳນວນ 18,980 ​ແຫ່ງ, ​ເພີ່ມ​ຂຶ້ນ 10,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ຈຳນວນ​ການ​ລົງທຶນ​ຈາກຕ່າງປະ​ເທດ​ທີ່​ນຳ​ໃຊ້​ຕົວ​ຈິງ​ໄດ້​ບັນລຸ​ເຖິງຈຳນວນ 584 ຕື້ 740 ລ້ານ​ຢວນ, ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

  ​ເຈົ້າໜ້າ​ທີ່​ພະ​ແນ​ກທຶນ​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຄ້າ​ຈີນ​​ໃຫ້​ຮູ້​ວ່າ: ການ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຂອງຂະ​ແໜງ​ການ​ບໍລິການ​ເຕັກນິກ​ສູງ​ແລະ​ຂະ​ແໜງ​ການ​ຜະລິດ​ເຕັກນິກ​ສູງ​ຂອງ​ຈີນ​ໄດ້ສືບ​ຕໍ່​ຮັກສາທ່ວງທ່າຂະຫຍາຍ ຕົວ. ການ​ນຳ​ໃຊ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດຕົວ​ຈິງ​ຢູ່ພາກ​ຕາ​ເວັນ​ອອກ, ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນລ້ວນ​ແຕ່​ມີ​ການ​​ເພີ່ມ​ຂຶ້ນ. ​ໃນ 9 ​ເດືອນ​ປີ​ນີ້, ຈຳນວນ​ນຳ​ໃຊ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດຕົວ​ຈິງ​​ຢູ່ພາກຕາ​ເວັນ​ອອກ​ໄດ້​ບັນລຸ 80 ຕື້​ 530 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 10,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ຈຳນວນ​ນຳ​ໃຊ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດຕົວ​ຈິງ​​ຢູ່ພາກກາງໄດ້​ບັນລຸ 8 ຕື້ 620 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 0,3% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ຈຳນວນ​ນຳ​ໃຊ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດຕົວ​ຈິງ​​ຢູ່ພາກຕາ​ເວັນ​ຕົກ​ໄດ້​ບັນລຸ 5 ຕື້​ 750 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 2,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ