​ກິ່ງ​ແຂວງສູ​ໂສງ​ແຂວງ​ຢູນນານ​ຈີນ​ຈະ​ນໍາ​ໃຊ້​ເວລາ 3 ປີ​ເພື່ອ​ຫຼຸດຜ່ອນ​ປະຊາກອນ​​ທຸກຍາກ​ຈໍານວນ 1 ​ແສນ 8 ໝື່ນຄົນ
2015-11-11 17:13:29  cri 

ກິ່ງ​ແຂວງ​ສູ​ໂສງ ​ແຂວງ​ຢູນນານ​ຈີນ​ໄດ້​ຕັ້ງໜ້າປະຕິ​ບັດ​ຕາມຈິດ​ໃຈ​ຄໍາ​ປາ​ໄສ​ທີ່​ສໍາຄັນຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໂດຍ​ຖື​ການ​ເຮັດ​ໃຫ້​ປະ​ຊາກ​ອນທຸກ​ຍາກ 2 ​ແສນ 5 ໝື່ນ 8 ພັນ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເປັນ​ໜ້າ​ທີ່​ທີ່​ສໍາຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາຢ່າງ​ວ່ອງ​ໄວ ​ແລະ​ການ​ສ້າງ​ສັງຄົມ​ອິ່ມ​ໜໍາ​ສໍາລານ​ຮອບດ້ານ​ໃຫ້​ສໍາ​ເລັດ ພ້ອມ​ທັງ​ໄດ້​ເລີ່​ມປະຕິບັດ​ວຽກ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢູ່​ໃນ​ທົ່ວ​ກິ່ງ​ແຂວງ.

​ແຜນການ 5 ປີ​ຄັ້ງ​ທີ 13 ຂອ​ງກິ່ງ​ແຂ​ວງ​ສູ​​ໂສງ​ກ່ຽວ​ກັບ​ການຊ່ວຍ​ເຫຼືອວຽກ​ງານ​ແກ້​ໄຂ​ຄວາມທຸກ​ຍາ​ກ ​ແລະ​ການ​ພັດ​ທະນາ ​ໄດ້​ຊີ້​ແຈງ​​ແລ້ວ​ວ່າ, ​​ແຕ່​ປີ 2016 ຫາ​ປີ 2018 ​ເປັນ​ໄລຍະ​​ເລັ່ງດ່ວນເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ເຊິ່ງມີຈຸດປະສົງ​ເພື່ອ​ຫຼຸດຜ່ອນ​ປະຊາກອນ​ທຸກ​ຍາກ 1 ​ແສ​ນ 8 ໝື່ນ​ຄົນ, ຫຼຸດຜ່ອນ​ເມືອງ​ທຸກ​ຍາກ 6 ​​ເມືອງ, ​ເມືອງນ້ອຍ​ທຸກ​ຍາກ 20 ​​ເມືອງ, ​ບ້ານ​ທຸກ​ຍາກ 170 ບ້ານ. ງົບ​ປະ​ມານ​ໃຊ້​ຈ່າຍ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃນ​ໄລຍະ 3 ປີ​ດັ່ງກ່າວ​ບໍ່​ໃຫ້​ໜ້ອຍ​ກວ່າ 10 ຕື້​ຢວນຕໍ່​ປີ, ງົບປະມານ​ຈາກ​ຂະ​ແໜງ​ການ​ຕ່າງໆ​ບໍ່​ໃຫ້​​ເກີນ 5 ຕື້​ໂດ​ລາ​ຕໍ່​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ