ທ່ານ​ຫຼີ​ເຄິ້ສຽງ​ພົບ​ປະ​ກັບ​ປະທານາທິບໍດີ​ໂປ​ໂລ​ຍ
2015-11-24 18:55:34  cri 

ຕອນ​ເຊົ້າຂອງ​ວັນ​ທີ 24 ພະຈິກ​ນີ້, ຢູ່​ທີ່​ໂຮງ​ແຮມ​ຕົ່ງ​ຊ່ານ, ​ນະຄອນ​ຊູ່​ໂຈ່​ວຂອງ​ຈີນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານອັນ​ເຈີ​ຍ ດູດາ, ປະທານາທິບໍດີ​ໂປ​​ໂລ​ຍ ທີ່​ເດີນທາງ​ມາ​ຈີນ​ເພື່ອ​ເຂົາ​ຮ່ວມ​ກອງ​ປະຊຸມ​ຜູ້​ນໍາ​ຈີນ-ປະ​ເທດ​​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ ພ້ອມ​ທັງ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ, ​ໂປ​​ໂລ​ຍ​ເປັນ​ປະ​ເທດ​ທີ່​ສໍາຄັນ​ຢູ່​ໃນ​ເອີຣົບກາງ ​ແລະ​ເອີຣົບຕາ​ເວັນ​ອອກ. ຈີນ​ຍິນ​ດີຮ່ວມ​ກັບ​ໂປ​ໂລຍ, ຊຸກຍູ້​ການ​ຮ່ວມ​ມື"16+1"​​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຕື່ມ, ກາຍ​ເປັນຫົວຈັກ​ທີ່​ສໍາຄັນ​ໃນ​ການ​ພົວພັນ​ຈີນ-​ເອີຣົບກາງ ​ແລະ​ເອີຣົບຕາ​ເວັນ​ອອກ ກໍ່​ຄື​ການ​ພົວພັນ​ຈີນ-​ເອີຣົບ.

ທ່ານ​ດູ​ດາ​ກ່າວ​ວ່າ, ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເດີນທາງ​ມາ​ຈີນ​ເປັນ​ຄັ້ວທໍາ​ອິດ, ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ໝາກຜົນ​ການ​ພັດທະນາ​ຂອງ​ເສດຖະກິດ​ສັງຄົ​ມຈີນ, ຫວັງ​ວ່າ​ໂປ​ໂລ​ຍ ຈົນ​ຮອດ​ເອີ​ຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ​ຈະ​ສາມາດ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ຈີນ. ​ໂປ​ໂລ​ຍຍິນ​ດີສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຂອງ​ຈີນ. ​ເຊື່ອວ່າກອງປະຊຸມ​ຜູ້​ນໍາຈີນ-ປະ​ເທດ​​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກຈະ​ຊຸກຍູ້​ການ​ພົວພັນ​ສອງ​​ຝ່າຍ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ