ທະນາຄານ​ກາງ​ຂອງຈີນ​​ແລະ​ເອີຣົບສຳ​ເລັດການທົດ​ລອງ​ການ​ແລກປ່ຽນ​ສະກຸນ​ເງິນ​ລະ​ຫວ່າງ​ສອງ​ຝ່າຍ​​ເຊິ່ງກັນ​ແລະ​ກັນ
2015-11-27 17:05:02  cri 
ວັນ​ທີ 26 ພະຈິກ​ນີ້, ທະນາຄານ​ປະຊາຊົນ​ຈີນ​ໄດ້​ປະກາດ​ວ່າ​: ທະນາຄານດັ່ງກ່າວກັບ​ທະນາຄານ​ກາງ​ເອີຣົບໄດ້​ດຳ​ເນີນ​ການ​ທົດ​ລອງ​ການ​ໃຊ້​ຈ່າຍສະກຸນ​ເງິນ​ເອີ​ໂຣ​ແລະ​ເງິນ​ຢວນຈີນ​ 2 ຄັ້ງ​ເຊິ່ງຕ່າງ​ໄດ້​ດຳ​ເນີນ​ໃນ​ເດືອນ​ເມສາ​ແລະ​ເດືອນ​ພະຈິກຂອງ​ປີ​ນີ້, ​ເຊິ່ງ​ເງິນ​​ເຫຼົ່າ​ນີ້​ໄດ້​ສະໜອງ​ໃຫ້​ທະນາຄານທຸລະ​ກິດ​ບາງ​ແຫ່ງ​ຂອງ​ຈີນ​ແລະ​ເຂດ​ໃຊ້​ເງິນ​ເອີ​ໂຣ​ໃນ​ທີ່​ສຸດ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ປະຊາຊົນ​ຈີນ​ໃຫ້​ຮູ້​ວ່າ: ການ​ທົດລອງສອງ​ຄັ້ງ​​ຜ່ານ​ມາລ້ວນ​ແຕ່​ໄດ້​ສຳ​ເລັດຕາມ​ຂັ້ນ​ຕອນຢ່າງ​ສະດວກ, ​ແລະ​ດຳ​ເນີນ​ໄປ​, ​ໃນ​ອະນາຄົດ, ສອງ​ຝ່າຍຈະ​ສາມາດ​ດຳ​ເນີນ​ການ​ແລກປ່ຽນ​ສະກຸນ​ເງິນ​ຂອງ​ຕົນ​ຢ່າງ​ທັນ​ການ​ຕາມ​ຄວາມ​ຕ້ອງການ.

​ເຈ້າ​ໜ້າ​ທີ່​ຜູ້​ນີ້​ກ່າ​ວວ່າ: ການຈັດ​ວາງ​ການ​ແລກປ່ຽນ​ເງິນ​ສະກຸນລະຫວ່າງ​ສອງ​ຝ່າຍ​ຈະ​ໃຫ້ການ​ສະໜັບ​ສະ​ໜູນ​​ໃນ​ດ້ານ​ເງິນ​ຄ່ອງ​ແກ່​ການ​ພັດທະນາ​ຕະຫຼາດ​ເງິນຕາ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ມີ​ຄວາມ​ສະດວກ, ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຮ່ວມ​ມື​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ​ລະຫວ່າງ​ທະນາຄານ​ປະຊາຊົນ​ຈີນ​ກັບ​ທະນາຄານ​ກາງ​ເອີຣົບ​ໃນ​ຂົງ​ເຂດ​​​ເງິນຕາ​ແລະການທະນາຄານ​ນັ້ນໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ