ນາຍົກ​ອັງກິດ​ເຕືອນ​ໃຫ້​ລັດຖະສະພາ​ອັງກິດ​ຈົ່ງສະໜັບສະໜູນ​ການ​ເປີດ​ກວ້າງ ຂອບ​ເຂດ​ຫຼອນ​ໂຈມ​ຕີ​ຕໍ່​ກຸ່ມ IS
2015-11-27 16:13:42  cri 

ວັນ​ທີ 26 ພະຈິກ​ນີ້, ທ່ານ​ແດ​ວິດ ກາ​​ເມ​ຣອນ, ນາຍົກລັດຖະມົນຕີອັງກິດ​ໄດ້​ເຕືອນ​ໃຫ້ສະມາ​ຊິກລັດຖະສະພາ​ອັງກິດ​ຈົ່ງ​ສະໜັບສະໜູນ​ການ​ຂະຫຍາຍ​ຂອບ​ເຂດການ​​ໂຈມ​ຕີ​ຕໍ່​ກຸ່ມ IS ຈົນ​ໄປ​ເຖິງ​ຊາຍ​ແດນ​ຂອງ​ຊີຣີ ພ້ອມ​ທັງ​ຊີ້​ແຈງ​ຍຸດ​ທະ​ສາດ​ລວມຂອງ​ລັດຖະບານ​ອັງກິດ​ກ່ຽວ​ກັບ​ການ​ແກ້​ໄຂ​ສະພາບຄວາມ​ວຸ້ນວາຍ​ຂອງ​ຊີຣີ.

​ແຕ່​ທ່ານ​ເຈ​ເຣມີ ​ໂຄ​ບີນ, ຜູ້​ນໍາ​ຂອງ​ພັກ​ກໍາມະກອນ ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ທີ່​ສຸດ​ຂອງ​ອັງ​ກິດ ​ໄດ້ຕອບ​ໂຕ້​ຖ້ອຍ​ຄວາມຂໍ້​ສະ​ເໜີ​ດັ່ງກ່າວ. ພ້ອມ​ກັນ​ນັ້ນ, ກໍ່​ມີ​ສະມາຊິກ​ລັດຖະສະພາ​ຈໍານວນ​ໜຶ່ງ​ຂອງ​ພັກ​ກໍາມະກອນ​ອັງກິດ​ໄດ້​ສະ​ແດງ​ການສະ​ໜັບສະ​ໜູນ​ຕໍ່​ອັງກິດເປີດ​ກວ້າງຂອບ​ເຂດ​ການຫຼອນ​ໂຈມ​ຕີ​ຕໍ່​ກຸ່ມ IS . ​ໃນ​ວັນ​ທີ 26 ພະຈິກ​ນິ້, ທ່ານ​ໂຕ​ນີ ​ເບຣ, ອະດີດ​ນາຍົກລັດຖະມົນຕີອັງກິດກໍ່ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານ​ຄາ​​​ເມຣອນ ​ໂດຍ​ເຫັນ​ວ່າ​ອັງກິດ​ຄວນດໍາ​ເນີນ​ການ​ເຄື່ອນ​ໄຫວຢ່າງເຂັ້ມ​ແຂງ​ຕໍ່​ສໍານັກງານ​ໃຫຍ່​ຂອງ​ກຸ່ມ IS ທີ່​ຢູ່​ໃນ​ຊີຣີ ພ້ອມ​ທັງ​ຊີ້​ອອກ​ວ່າ, ​ກຸ່ມ IS ​ເປັນ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ໃຫຍ່​ທີ່​ສຸດ​ໃນ​ສະຕະວັດ​ທີ 21.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ