ສ.​ເກົາຫຼີ ກັບສປປ​ ​ເກົາຫຼີ​ໄດ້​ຕົກລົງ​ກັນຈະ​ຈັດກອງ​ປະຊຸມລະດັບ​ລັດຖະ​ມົນຕີ​ຊ່ວຍ​ວ່າການ​ຢູ່​ເມືອງ​ແກ​ຊົງ​ຂອງ​ສປປ.​ເກົາຫຼີ
2015-11-27 16:17:30  cri 

ວັນ​ທີ 27 ພະຈິກ​ນີ້, ສ.​ເກົາຫຼີ​ກັບສປປ ​ເກົາຫຼີ​ໄດ້​ຮ່ວມ​ກັນ​ອອກ​ປະກາດ​ແຈ້ງ​ຂ່າວ​ວ່າ, ສອງ​ຝ່າຍ​ໄດ້​ຕົກລົງ​ກັນຈະ​ຈັດກອງ​ປະ​ຊຸມລະ​ດັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ລະຫວ່າງ​ລັດຖະບານ​ສ.​ເກົາຫຼີ​ກັບສປປ ​ເກົາຫຼີ ຢູ່​ທີ່​ເຂດ​ນິຄົມ​ອຸດສາຫະກໍາ​ແກ​ຊົງ​ຂອງ​ສ​ປປ ​ເກົາຫຼີ​ໃນ​ວັນ​ທີ 11 ທັນວາ​ໜ້າ​ນີ້ ​ເພື່ອ​ດໍາ​ເນີນ​ການ​ປຶກສາ​ຫາລືກ່ຽວ​ກັບ​ການ​ພົວພັນ​ສອງ​ເກົາຫຼີ​ໃນ​ປັດຈຸບັນ.

ກະຊວງ​ເອກະ​ພາບ​ຂອງ​ສ.​ເກົາຫຼີ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ແລ້ວ​ວ່າ, ຈໍານວນ​ສະມາຊິກ​ຄະນະ​ຜູ້​ແທນ​ແມ່ນ​ຕົກລົງ​ໂດຍ​ຕົນ​ເອງ​ໂດຍ​ອີງ​ຕາມ​ສະພາບ​ຂອງ​ຕົນ, ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ"ບັນຫາ​ກ່ຽວ​ກັບ​ການ​ປັບປຸງ​ການ​ພົວພັນ​ສ.​ເກົາຫຼີ​-ສປປ ​ເກົາຫຼີ", ສອງ​ຝ່າຍ​ຍັງ​ໄດ້​ຕົກລົງ​ສືບ​ຕໍ່​ປຶ​ກສາ​ຫາລືວຽກ​ງານ​ລະອຽດ​ກ່ຽວ​ກັບ​ກອງ​ປະຊຸມ​ລະຫວ່າງລັດຖະບານ​ສ.​ເກົາຫຼີ​ກັບສປປ ​ເກົາຫຼີ ​ໂດຍ​ຜ່ານ​ຊ່ອງ​ທາງ​ປານ​ມູນ​ຈອ​ມ. ມື້​ດຽວ​ກັນ, ສໍານັກ​ຂ່າວສານ​ສູນ​ກາງ​ສປປ ​ເກົາຫຼີ​ກໍ່​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສອງ​ຝ່າຍ​ຈະ​ຈັດ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ