ທະນາຄານ​ໂລກ​ກ່າວ​ວ່າ, ມີ​ສັນຍາ​ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ທີ່​ເຂັ້ມ​ແຂງ​ຈຶ່ງ​ຈະ​ສາມາດ​ຮັບປະກັນ​ອະນາຄົດ​ແບບ​ກາກ​ບອນ​ຕໍ່າ
2015-11-27 17:23:46  cri 

ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ນາງ​ແຣ​​ເຊ​ວ ​ແຄ​ທ໌, ຮອງຜູ້​ວ່າການ ພ້ອມ​ທັງ​ເປັນ​ທູ​ດພິ​ເສດດ້ານການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ທະນາຄານ​ໂລກ ​ໄດ້​​ໃຫ້​ສໍາພາດ​ຕໍ່ນັກ​ຂ່າວ​ວ່າ, ມີ​​ແຕ່​ກອງ​ປະຊຸມ​ໃຫຍ່​ການ​ປ່ຽນ​ແປງ​ຂອງ​ດິນ​​ຟ້າ​ອາກາດ​ທີ່​ປາຣີ​ບັນລຸ​ສັນຍາ​ວ່າ​ດ້ວຍ​ດິນ​​ຟ້າ​ອາກາດ​ສະບັບ​ໜຶ່ງ​ທີ່​ເຂັ້ມ​ແຂງ​ເທົ່າ​ນັ້ນ, ຈຶ່ງ​ຈະ​ສາມາດ​ບັນລຸ​ການ​ພັດທະນາ​ແບບ​ກາກ​ບອນ​ຕໍ່າ, ປ້ອງ​ກັນ​ບໍ່​ໃຫ້​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ທ່ານ​ນາງ​ແຄ​ທ໌ກ່າວ​ວ່າ, ປັດຈຸບັນ, ປະຊາ​ຄົມ​ໂລກ​ມີ​ທ່າ​ແຮງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເຊັ່ນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ, ອົງການ​ເອກະ​ຊົນ ກັບ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ, ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ ​ແລະມາດ​ຕະການ​ເສດຖະກິດ​ແບບ​ມີ​ວິທະຍາສາດ, ທັງ​ໝົດ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຫຼືອ​ພວກ​ເຮົາ​​ບັນລຸ​ການ​ພັດທະນາ​ແບບ​ກາກ​ບອນ​ຕໍ່າ ​ແລະ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ນາງ​ແຄ​ທ໌ກ່າວ​ຕື່ມ​ອີກ​ວ່າ, ປັດ​ໄຈທີ່​ຕັ້ງໜ້າດັ່ງກ່າ​ວ​​ແມ່່ນ​ຕ້ອງ​ອີງ​ໃສ່​ການ​ເຂົ້າ​ຮ່ວມ ​ແລະ​ການສະໜັບສະ​ໜູນ​ຢ່າງ​ຕັ້ງໜ້າ​ຂອງ​ຈີນ. ຈີນ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຕໍ່​ສິ່ງ​ທ້າ​ທາຍ​ທີ່​ພວກ​ເຮົາ​ກໍາລັງ​ປະ​ເຊີນ​ໜ້າ​ຮ່ວມ​ກັນ ພ້ອມ​ທັງ​ຈະ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ