​ເປົ້າ​ໝາຍການ​ເຕີບ​ໂຕສະ​ເລ່ຍຕໍ່​ປີ​ຂອງ GDP ຂອງ​ແຂວງ​ກວາງຕຸ້ງ​ຈີນໃນ​​ໄລຍະແຜນການ 5 ປີ​ຄັ້ງ​ທີ 13 ​ແມ່ນ 7%
2015-11-27 18:45:50  cri 

ເປົ້າ​ໝາຍການ​ເຕີບ​ໂຕສະ​ເລ່ຍຕໍ່​ປີ​ຂອງ GDP ຂອງ​ແຂວງ​ກວາງຕຸ້ງ​ຈີນໃນ​ແຜນການ 5 ປີ​ຄັ້ງ​ທີ 13 ​ແມ່ນ 7%; ​ເມື່ອ​ຮອດ​ປີ 2020, ​GDP ຂອງ​ແຂວງ​ກວາງຕຸ້ງ​ຈີນ​ມີ​ປະມານ 11000 ຕື້​ຢວນ ​, GDP ສະ​ເລ່ຍຕໍ່​ຄົນ​ມີ​ປະມານ 1 ​ແສນ​ຢວນ.

ເປົ້າ​ໝາຍ​ດັ່ງ​ກ່າວ​ແມ່ນ​ໄດ້​ເຜີຍ​ແຜ່​ໃນງາ​ນຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ຄົບ​ຄະນະຄັ້ງທີ 5 ສະ​ໄໝ​ທີ 11 ຂອງ​ຄະນະ​ພັກ​ແຂວງກວາງຕຸ້ງທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພະຈິກ​ນີ້, ​ແຂວງ​ກວາງຕຸ້ງ​ຈະວາງ​​ແຜ​ນຊຸກຍູ້​ການ​ກໍ່ສ້າງ​​ເຂດ​ສາທິ​ດການ​ປະດິດ​ສ້າງ​ໃໝ່​ແຫ່ງ​ຊາດ​ທີ່​ເຂດ​ສາມຫຼ່ຽ​ມ​​ແມ່​ນໍ້າ​ຈູ່ຈ່ຽງ ​ກໍ່​ຄືແຂວງ​ທົດ​ລອງການ​ປະຕິ​ຮູບ ​ແລະ​ການ​ປະດິດ​ສ້າງ​ໃໝ່​ຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ