ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ບົດຮຽນ​ດ້ານ​ການ​ປະຕິ​ຮູບ​ບັນຊີ​ການ​ຄ້າ​ເສລີ​ຕ້ອງ​ເຜີຍ​ແຜ່​ໃນ​ເວລາ​ທີ່​ເໝາະ​ສົມ
2015-11-27 18:56:54  cri 

ຕອນ​ບ່າຍ​ຂອງ​ວັນ​ທີ 25 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ສໍານັກງານ​​ໃຫຍ່ທີ່​ຊຽງ​ໄຮ​ຂອງ​ທະນາຄານ​ກາງຂອງ​ຈີນ ​ເພື່ອລົງ​ກວດກາ​ການ​ປະຕິ​ຮູບ​ດ້ານ​ການ​​ເງິນ​ຂອງ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ປະ​ຕິ​ຮູບ ​ແລະ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ດ້ານ​ການ​ເງິນ ​ເປັນ​ເນື້ອ​ໃນ​ທີ່​ສໍາຄັນ​ຂອງ​ການ​ກໍ່ສ້າງ​ໃຈ​ກາງ​ການເງິນ​ສາກົນ​ຢູ່​ທີ່​ຊຽງ​ໄຮ, ພ້ອມ​ທັງ​ສາມາດ​ສະ​ສົມ​ປະສົບ​ການ​ໃຫ້​ແກ່​ທົ່ວ​ປະ​ເທດ. ​ໃນ​ຂະນະ​ດຽວກັນ​ກັບ​ການ​ຊຸກຍູ້​ການ​ກໍ່​ສ້າ​ງຕະຫຼາດ​ການ​ເງິນ​ໃນ​ປັດຈຸບັນ, ຍັງ​ຕ້ອງ​ກໍ່ສ້າງ​ຕະຫຼາດ​ການ​ຄ້າ​ປະກັນ​ໄພ​ອີກ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ປະກັນ​ໄພ​ໃຫ້​ດີ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ