ລັດຖະສະພາ​ຫວຽດນາມ​ຜ່ານກົດໝາຍ​ແພ່ງ​ຮັບຮອງ​ສິດ​ປ່ຽນ​ເພດ
2015-11-27 18:54:31  cri 
ຕາມ​ຂ່າວ​ເວັບ​​ໄຊ VnExpress ຂອງ​ຫວຽດນາມ: ຫວ່າງ​ມໍ່ໆ​ມາ​ນີ້, ລັດຖະບານ​ຫວຽດນາມ​ໄດ້​ຜ່ານ​ກົດໝາຍ​​ແພ່ງ​ສະບັບ​ດັດ​ແກ້, ​ໄດ້​ຮັບ​ຮອງ​ສິດ​ປ່ຽນ​ເພດ. ຕາມ​ກົດໝາຍ​ດັ່ງກ່າວ, ບຸກຄົນ​ທີ່​ໄດ້​ປ່ຽນ​​ເພດ​ມີ​ສິດ​ແລະ​ພັນທະ​ລົງທະບຽນ​ຕາມ​ກົດໝາຍ​, ​ແລະ​ໄດ້​ມີ​ສິດ​ປະຊາຊົນ​ທີ່​ຄວນ​ມີ.

ປັດຈຸບັນ, ​ໃນ​ທົ່ວ​ໂລກ​ມີ 61 ປະ​ເທດ​ຖື​ການ​ປ່ຽນ​ເພດ​ເປັນ​ເລື່ອງ​ທີ່​ຊອບ​ກົດໝາຍ. ຫວຽດນາມ​ແມ່ນ​ປະ​ເທດ​ທີ 62 ​ໃນ​ໂລກ​ທີ່​ອະນຸມັດ​ການ​ປ່ຽນ​ເພດ​ໃນ​ບັດປະຈຳຕົວ, ​ເປັນ​ປະ​ເທດ​ທີ 11 ຂອງ​ອາຊີ. ປັດຈຸບັນ, ​ໄທ​ແລະ​ອີຣານຖືກ​ຢັ້ງຢືນເປັນ​ສູນຜ່າ​ຕັດ​ປ່ຽນ​ເພດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ