ນາຍົກ​ຈີນ​ກ່າວ​ເນັ້ນ​ວ່າ:ວຽກ​ງານປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ຕິດ​ແປດ​ກັບວຽກ​ງານປ້ອງ​ກັນ​ແລະຄວບ​ຄຸມບໍ່​ໃຫ້​ເກີດ​ພະຍາດ​ຮ້າຍ​ແຮງ​ຕ້ອງ​ດໍາ​ເນີນ​ໄປ​ພ້ອມ​ກັນ​ເພື່ອ​ຮັບປະກັນ​ສຸຂະພາບ​ຂອງ​ປະຊາຊົນ
2015-11-28 18:40:15  cri 

ກອງ​ປະຊຸມ​ສໍາ​ມະ​ນາ​ສາທາ​ລະນະ​ສຸກ​ແລະ​ວຽກ​ງານ​ປ້ອງ​ກັນ​ແລະຄວບ​ຄຸມພະ​ຍາດຕິ​ດ​ແປດ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ26​ພະຈິກ​ນີ້. ທ່ານ​ຫຼີ​ເຄີ້ສຽງ​,ກໍາມະການ​ປະ​ຈໍາ​ກົມການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​,ນາຍົກລັດຖະມົນຕີຈີນ​ໄດ້​ໃຫ້​ຄໍາ​ຊີ້​​ແຈງາ​ທີ່​ສໍາຄັນ,​ໂດຍ​ຊີ້​ອອກ​ວ່າ:ສາທາ​ລະນະ​ສຸກ​ແລະ​ວຽກ​ງານປ້ອງ​ກັນ​ຄວບ​ຄຸ​ມພະຍາດ​ຕິດ​​ແປດ​ກ່ຽວພັນ​ເຖິງ​ສຸຂະພາບ​ແລະ​ຄວາມ​ປອດ​ໄພ​ດ້ານຊີວິດຂອງ​ປະຊາຊົນ. ​ໃນ​ຫຼາຍປີ​ມໍ່ໆ​ມາ​ນີ້,ວຽກ​ງາມປິ່ນປົວ​ແລະປ້ອງ​ກັນ​ພະຍາດ​ຮ້າຍ​ແຮງ,ການຮັບ​ມື​ກັບ​ເຫດການສຸກ​ເສີນ​ດ້ານ​ສາ​ທາ​ລະນະ​ສຸກ​​ແລະ​ອື່ນໆ​ໄດ້​ຮັບ​ຜົນ​ສໍາ​ເລັດຢ່າງ​ພົ້ນ​ເດັ່ນ,​ໂດຍ​ສະ​ເພາະ​ແມ່ນ​​ວຽກ​ງານ​ຕໍ່ຕ້ານ​ພະຍາດ​ອີ​ໂປລາ​ໄດ້ບັນລຸ​ເປົ້າ​ໝາຍ "ບໍ່​ມີ​ການ​ແຜ່​ລະບາດ​ເ​ຂົ້າຈີນ"​ແລະ ການ​ຊ່ວຍ​ເຫຼືອ​ປິ່ນປົວ​ພະຍາດ​ນີ້ຢູ່​ອາ​ຟີຼກາ​ກໍ່​​ໄດ້ບັນລຸ​"​ພະນັກງານ​​ແພດ​ບໍ່​ມີ​ຜູ້​ໃດ​ຕິດ​ແປດພະ​ຍາດ​ອີ​​ໂປລາ".

ປະ​ຈຸ​ບັນ, ປະ​ເທດ​ຈີນ​ຍັງ​ປະ​​ເຊີນ​ກັບ​ໜ້າ​ທີ່​ອັນ​ໜັກໜ່ວງ​ໃນ​​ການສ້າງ​ລະບຽບການ​ບໍລິການ​ສາທາລະນະ​ສຸກ​ແລະການປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ຕິດ​ແປ​ດ,ສະ​ນັ້ນ,ຄວນ​ຍຶດໝັ້ນ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນຫຼັກ, ​ຍຶດໝັ້ນ​ຖື​ການ​ປ້ອງ​ກັນ​ເປັນ​ຕົ້ນຕໍ,​ເອົາການ​ປ້ອງ​ກັນສົມທົບ​ກັບ​ການ​ປິ່ນ​ປົວ,ປະຕິບັດ​ຕາມ​ກົດໝາຍ​ແລະ​ຖືກ​ກັບ​ຫຼັກວິທະຍາສາດ,ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ເພື່ອ​ເຮັດໜ້າ​ທີ່ວຽກ​ງານ​ດັ່ງກ່າວ​ໃຫ້​ດີຢ່າງ​ບໍ່​ຢຸດ​ຢັ້ງ.ຄວນ​ສະຫຼຸບ​ບົດຮຽນ​ຢ່າງ​​ເລິກ​ເຊິ່ງ,ປັບ​ປຸງ​ກົນ​ໄກ​ວຽກ​ງານປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​ກັນ​ໃຫ້ສົມບູນ,ປະດິດ​ສ້າງວິທີ​ດໍາ​​ເນີນ​ງານ​ອັນໃໝ່,​ເພີ່ມ​ງົບປະມານ​ໃຫ້ຫຼາຍຂຶ້ນ, ​ສ້າງ​ພາກສ່ວນ​ທີ່​ອ່ອນ​​ແອ​ໃຫ້​ເຂັ້ມ​ແຂງ,ຍົກ​ສູງ​ລະ​ດັບ​ບໍລິການ​ສາທາລະນະ​ສຸກ​​ພື້ນຖານ,  ຄວນ​ໃຫ້ວຽກ​ງານປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ຕິດ​ແປດ​ຂອງ​ກຸ່ມຄົນ​ພິ​ເສດ​ຢູ່​ເຂດຈຸດ​ສຸມແລະ​ວຽກ​ງານປ້ອງ​ກັນພະຍາດ​ຮ້າຍ​ແຮງ​ໃຫ້​ດໍາ​ເນີນ​ໄປ​ພ້ອມ​ກັນ, ຮັບປະກັນ​ສຸຂະ​ພາບ​ຂອງ​ປະຊາຊົນຢ່າງ​ສຸດ​ຄວາມ​ສາມາດ, ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​​ເປັນສັງຄົມ​ອິ່ມ​ໜໍາ​ສໍາລານຢ່າງຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ