UNICEF​ລາຍ​ງານ​ວ່າ:​ຈໍານວນຊາວ​ໜຸ່ມ​ເຍົາວະ​ຊົນທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ເອດ໌ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ
2015-11-28 19:01:49  cri 

ກອງ​ທຶນ​ເດັກ​ນ້ອຍຂອງ​ອົງການ​ສະຫະ​ປະຊາ​ຊາດຫຼື UNICEF ​ລາຍ​ງານ​ໃນ​ວັນ​ທີ27​ພະ​ຈິກ​ນີ້​ວ່າ,ຈໍານວນ​ຊາວ​ໜຸ່ມ​ເຍົາວະ​ຊົນທີ່​ເສຍ​ຊີວິດຍ້ອນ​ພະຍາດ​ເອດ໌​​ໃນ​ປະຈຸ​ບັນ​ນີ້​ແມ່ນ3​ເທົ່າ​​ເມື່ອ15ປີ​ກ່ອນ,ປະຊາ​ຄົມ​ໂລກ​ຄວນ​ທໍາຄວາມ​ພະຍາຍາມ​​ໃນ​ທັນທີເພື່ອ​ກອບ​ກູ້​​ແລະປິ່ນປົວ​ເດັກນ້ອຍ​ແລະ​ຊາວ​ໜຸ່ມ​ເຍົາວະ​ຊົນ​ທີ່​ພິດ​ເຊື້ອພະຍາດ​ເອດ໌​.

ບົດ​ລາຍ​ງານ​ຫຼ້າ​ສຸດ​ກ່ຽວກັບ​ເດັກນ້ອຍ,​ຊາວ​ໜຸ່ມ​ເຍົາວະ​ຊົນແລະພະຍາດ​ເອດ໌​ທີ່​ຢູນິ​ເຊັຟ​ປະກາດ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ພະຍາດ​ເອດ໌​​ໄດ້​ກາຍ​ເປັນ​ສາ​ເຫດ​ອັນ​ດັບ​ທີ1​ທີ່ເຮັດ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນອາ​ຟຼີກາ​​ເສຍ​ຊີວິດ, ​ແລະ​​ແມ່ນສາ​ເຫດອັນ​ດັບ​ທີ2ທີ່​​ເຮັດ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ​ທົ່ວ​ໂລກ​​ເສຍຊີວິດ. ​ໃນ​ຫຼາຍປີ​ມໍ່ໆ​ມາ​ນີ້,ກຸ່ມ​ຄົນ​ຕ່າງໆ​ທີ່​ຕິດ​ເຊື້ອພະຍາດ​ເອດ໌ສ່ວນ​ໃຫຍ່​ມີ​​ຜູ້​ເສຍ​ຊີວິດ​ຫຼຸດໜ້ອງ​ລົງ, ​ແຕ່​ຊາວ​ໜຸ່ມ​ເຍົາວະ​ຊົນພັດ​ແມ່ນ​ກຸ່ມ​ຄົນ​ພຽງ​ດຽວ​ທີ່​ອັດຕາ​ເສ​ຍຊີວິດ​ໄດ້ເພີ່ມ​ຂຶ້ນ.

ບົດ​ລາຍ​ງານຂຽນ​ວ່າ, ​ຊາວ​ໜຸ່ມ​ເຍົາວະ​ຊົນ​ທີ່​ເສຍ​ຊີວິດຍ້ອນ​ພະຍາດ​ເອດ໌​ສ່ວນຫຼາຍ​ແມ່ນ​ຕິດ​ເຊື້ອພະຍາດ​ເອດ໌​​ມາ​ແຕ່​ເກີດ,ກໍ່ຄື​ເມື່ອ10​ຫາ15​ປີກ່ອນ.

ອົງການ​ຢູນິ​ເຊັຟກ່າວ​ວ່າ, ປີ2014,​ແມ່​ມານທີ່ຕິດ​ເຊື້ອພະຍາດ​ເອດ໌​​ນັ້ນ​ມີ60%​ໄດ້​ຮັບ​ການ​ປິ່ນປົວ​ທີ່​ສະ​ກັດ​ກັ້ນ​ບໍ່​ໃຫ້​ເຊື້ອພະຍາດ​ແຜ່​ລະບາດຫຼືHAART,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະຍາດ​ຕິດ​ແປດ​ໄປ​ສູ່​ເດັກ,​​ເຮັດ​​ແນວ​ນີ້​ສາມາດ​ເຮັດ​ໃຫ້​ຈໍານວນ​ເດັກນ້ອຍ​ທີ່​ເສຍ​ຊີວິດ​ຍ້ອນພະຍາດ​ເອດ໌ຫຼຸດໜ້ອຍ​ລົງ​ຢ່າງ​ບັງ​ເກີດ​ຜົນ. ພ້ອມ​ກັນ​ນັ້ນ, ອົງການ​ຢູນິ​ເຊັຟຍັງ​ຊີ້​ອອກ​ວ່າ,​ໃນ​ເວລາ​ທີ່​ພູມ​
ໃ​ຈນໍາ​ຜົນ​ສໍາ​ເລັດ​ດັ່ງກ່າວ, ປະຊາ​ຄົມ​ໂລກຍັງ​ຄວນ​ທໍາ​ຄວາມ​ພະຍາຍາມສ້າງ​ຊ່ອງ​ທາງ​ຫຼາຍ​ກວ່າ​ເກົ່າ​​ເພື່ອປິ່ນປົວ,ຮັກສາ​ແລະ​ສະໜັບສະໜູນ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຜູ້ຕິດ​ເຊື້ອພະຍາດ, ​​​​​ແລະ​ເຮັດ​ໃຫ້​ໄວ​ໜຸ່ມ​ມີ​ຄວາມ​ຮູ້​​ໃນການ​ປ້ອງ​ກັນພະຍາດ​ເອດ໌​​ຫຼາຍ​ກວ່າ​ເກົ່າອີກ​ດ້ວຍ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ