ທ່ານ​ບານ​ກີ​ມູນ​ຮຽກຮ້ອງ​ໃຫ້​ດໍາ​ເນີນການ​ເຄື່ອນ​ໄຫວ​ໂດຍ​ດ່ວນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
2015-11-28 19:27:00  cri 

ວັນ​ທີ27​ພະ​ຈິກ​ນີ້, ທ່ານ​ບານ​ກີ​ມູນ,​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈັກກະ​ພົບ​ອັງ​ກິດຢູ່​ທີ່​ປະ​ເທດ​ມານ​ຕາ​ຈົ່ງ​ດໍາ​ເນີນ​ການ​ເຄື່ອນ​ໄຫວ​ໂດຍ​ດ່ວນ,​ເພື່ອ​ຮັບ​ມື​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ນັບ​ມື້​ນັບ​ຂ້ຽວຂາດ.

ທ່ານ​ບານ​ກີ​ມູນ​ໄດ້​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເມ​ລີ​ຮາ​ຂອງ​ມານ​ຕາ​ວ່າ, ກອງ​ປະຊຸມ​ຄັ້ງ​ທີ21​ຂອງ​ປະ​ເທດ​ທີ່​ໄດ້​ເຊັນ "ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະ​ຊາ​ຊາດ"ກໍ່​ຄື່:ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ປາຣີ​ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປາຣີ​ແຕ່​ວັນ​ທີ30​ພະຈິກ​ນີ້​ຫາ​ວັນ​ທີ11​ທັນວາ,ຫວັງ​ວ່າ​ຝ່າຍ​ຕ່າງໆ​ສາມາດ​ກ້າວ​ເຖິງຂັ້ນ​ເຊັນ​ສັນຍາ​ທີ່​ບັງ​ເກີດ​ຜົນ​ແລະ​ມີ​ຄວາມ​ຕັດສິນ​ໃຈ.

ທ່ານ​ບານ​ກີ​ມູນ​ໄດ້​ກ່າວ​ເຖິງ "ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ລະຫວ່າງ​ປະ​ມຸກ​ລັດ​ຈີນ—ຝະຣັ່ງ"ທີ່​ທ່ານ​ສີ​ຈີ້​ນຜີ​ງ,ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ເຟຼນ​ໂຄ​ຊິສ ​ໂຮ​ແລນ​ເດີ,ປະທານາທິບໍດີ​ຝະຣັ່ງຮ່ວມ​ກັນ​ປະກາດ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ2​ພະ​ຈິ​ນີ້.ທ່ານ​ຊີ້​ອອກ​ວ່າ,ຈີນ​ແລະ​ຝະຣັ່ງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໃນ​ຖະ​ແຫຼ​ງການ​ວ່າ, ສະໜັບສະໜູນ​ການ​ສະຫຼຸບ​ຄວາມ​ຄືບ​ໜ້າ​ໂດຍ​ລວມຂອງ​ເປົ້າ​ໝາຍ​ໄລຍະ​ຍາວ​ທີ່​ສອງ​ຝ່າຍ​ຕົກລົງ​ກັນ​ຢ່າງຮອບດ້ານ​​ໃນ​ແຕ່ລະ5​ປີ,​ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ເທດ​ສະມາຊິກ​ອົງການ​ສະຫະ​ປະ​ຊາ​ຊາດ​ສ່ວນ​ໃຫຍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ