ປະທານ​ສະພາ​ດູ​ມາຣັດ​ເຊຍ​ກ່າວ​ວ່າ​ມີ​ສິດແກ້​ແຄ້ນ​ທາງ​ການ​ທະຫານ​ຕໍ່​ຕວກກີ
2015-11-28 16:55:45  cri 
ຕາມຂ່າວCRI: ວັນ​ທີ 27 ພະຈິກ​ນີ້, ທ່ານ​ເຊີ​ແກ ນາຣີສກີ​ນ, ປະທານ​ສະພາ​ດູ​ມາຣັດ​ເຊຍ​ທີ່​ກຳລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ຢູ່​ນະຄອນ ຫຼວງ​ບູກາ​ແຣັດຂອງຣູມາ​ນີກ່າວວ່າ, ຕວກກີ​ຍິງ​ຍົນ​ຂອງຣັດ​ເຊຍຕົກ​ແມ່ນ​ເປັນ "ການຕ້ອງ​ໂທດ", ຣັດ​ເຊຍ​ມີ​ສິດ​ແກ້​​ແຄ້ນ​ໂດຍ​ທາງ​ການ​ທະຫານ.

​ໃນ​ມື້​ດຽວ​ກັນ, ທ່ານ​ເຊີ​ແກ ນາຣີສກີ​ນທີ່ເດີນທາງ​​ໄປ​ເຂົ້າ​ຮ່ວມ​ກອງປະຊຸມ​ຂອງ​ສະພາ​ອົງການ​ຮ່ວມ​ມື​ເສດຖະກິດ​ທະ​ເລດຳ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນຣູມາ​ນີ​ໂດຍ​ກ່າວ​ວ່າ, ການ​ຍິງ​​ຍົນ​ຂອງຣັດ​ເຊຍ​ຕົກແມ່ນ​ການ​ຕ້ອງ​ໂທດ​​ໂດຍ​ຜູ້ນຳ​ຂອງ​ຕວກກີ, ຣັດ​ເຊຍ​ແນ່ນອນ​ຈະ​ຕອບ​ໂຕ້​ຄືນ, ​ເຊິ່ງກໍ່​ສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ. ວັນ​ທີ 26 ພະຈິກ​ນີ້, ຣັດ​ເຊຍ​ໄດ້​ຈັດ​ຕັ້ງ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີປ້ອງ​ກັນ​​ອາກາດ​ S-400 ລຸ້ນຫຼ້າ​ສຸດ​ຢູ່​ຊີຣີ. ທ່ານ​ຍັງ​ໄດ້​ຊີ້​ອອກ​ວ່າ, ການ​ກະທຳ​ຂອງ​ຜູ້ນຳ​ຕວກກີ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ປະສົບຄວາມ​ເສຍ​ຫາຍ​ທີ່​ປັບປຸງຄືນ​ບໍ່​ໄດ້, ຣັດ​ເຊຍ​ຈະ​ນຳ​ໃຊ້​ມາດ​ຕະການ​ການ​ລົງ​ໂທ​ດດ້ານ​ເສດຖະກິດ.

ກ່ຽວ​ກັບ​ບັນຫາ​ທີ່ຣັດ​ເຊຍ​ສາມາດ​ຢືນຢັນ​ວ່າ​ຍົນ​ສູ້​ຮົບ​ຂອງຣັດ​ເຊຍ​ບໍ່​ເຄີຍ​ເຂົ້າ​ສູ່​ນາມ​ຟ້າ​ຂອງ​ຕວກກີ​ຫຼື​ບໍ່, ທ່ານ​ເຊີ​ແກ ນາຣີສກີ​ນກ່າວ​ວ່າ, ປັດຈຸບັນ​​ມີ​ອົງການ​ທີ່​ສາມາດ​ສະໜອງ​ຂໍ້​ມູນ​ດ້ານ​ການ​ຕິດຕາມ​​ທາງ​ອາກາດຫຼາຍ​ອົງການ, ອົງການ​ຕິດຕາມ​​ທາງ​ອາກາດ​​ເຫຼົ່າ​ນີ້​ໄດ້​ຢືນຢັນ​ຄວາມ​ເຫັນ​ຂອງຣັດ​ເຊຍ, ​ແລ້ວ​ຄືພາຍຫຼັງ​ຍົນ​ສູ້​ຮົບ​ຂອງຣັດ​ເຊຍ​ໄດ້​ສຳ​ເລັດໜ້າ​ທີ່​ການ​ໂຈມ​ຕີ​ຕໍ່​ອົງການ​ກໍ່​ການ​ຮ້າຍ​​ແລະ​ບິນ​​ຄືນ​ຖານ​ທັບ​​ຕາມ​ສາຍ​ການບິນ​ສາຍ​ໜຶ່ງ​ທີ່ຢູ່​ໃນ​ແດນ​ຊີຣີ. ທ່ານ​ຍັງ​ໄດ້​ກ່າວ​ເນັ້ນ​ວ່າ, ​ໃນ​ເວ​ລາ​ນັ້ນ, ຍົນ​ສູ້​ຮົບ F-16 ຂອງ​ຕວກກີ​ທີ່​​ໂຈມ​ຕີ​ຕໍ່​ຍົນ​ສູ້​ຮົບຂອງຣັດ​ເຊຍນັ້ນ​ແມ່ນ​ຢູ່​ໃນ​ນ່ານຟ້າ​ຂອງ​ຊີຣີ, "​ນີ້​ກໍ່​ໄດ້​ຮັບ​ການ​ຢືນຢັນ​ໂດຍ​ດາວ​ທຽມ​ຂອງ​ອາ​ເມ​ລິ​ກາ​ແລ້ວ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ