ງານ​ມ່ວນ​ຊື່ນ​ມິດຕະພາບ​ຈີນ-​ຫວຽດນາມ 2016 ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ຮ່າ​ໂນ​ຍ
2016-02-03 16:29:48  cri 

ຕາມ​ຂ່າວ cri: ງານມ່ວນ​ຊື່ນ​ມິດຕະພາບ​ຈີນ-​ຫວຽດນາມ 2016 ​ໃນຫົວຂໍ້ "ຕ້ອນຮັບ​ບຸນ​ປີ​ໃໝ່ຈີນ​ປີວ​ອກ" ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ໃນ​ຕອນ​ຄ່ຳ​ວັນ​ທີ 2 ກຸມພາ​ນີ້. ​ເຊິ່ງ ສະຖານທູດ​ຈີນ​ປະຈຳ​ຫວຽດນາ ​ແລະ​ສະມາຄົມ​ມິດຕະພາບ​ຫວຽດນາມ-​ຈີນ​ເປັນ​​ເຈົ້າພາບ​ຈັດ​ຂຶ້ນ. ທ່ານ​ຫົງ​ສ້ຽວ​ຢົງ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ, ທ່ານ​ຫງວຽນ​ຊວນ​ທັງ ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-ຈີນ​ພ້ອມ ​ເຈົ້າ​ໜ້າ​ທີ່ທັງ​ສອງ​ປະ​ເທດ, ບຸກຄົນ ​ໃນ​ວົງ​ການ​ຕ່າງໆ ຜູ້ຕາງໜ້າ​ວິ​ສາ​ຫະກິດ​​ຈີນ ​ແລະ​ນັກ​ສຶກສາ​ຈີນ​ທີ່​ສຶກສາ​ຢູ່​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ.

​ໃນ​ງານ​ມ່ວນ​ຊື່ນ​ດັ່ງກ່າວ, ຄະນະ​ສິລະປະ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ຫວຽດນາມ​ເຊັ່ນ: ສະ​ຖາ​ບັນ​ສິລະປະກຳ​ກວາງຊີ, ສະ​ຖາ​ບັນ​ດົນຕີ​ຫວຽດນາມ, ຄະນະ​ງິ້ວຕວງ​ຫວຽດນາມ​ໄດ້​ສະ​ແດງ​ລາຍການ​ທີ່​ໂດດ​ເດັ່ນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຊົນ​ເຜົ່າ​ຂອງ​ສອງ​ປະ​ເທດ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ