AIIB ​ແຕ່ງ​ຕັ້ງ​ຮອງ​ຜູ້ອຳນວຍການ​ໃຫຍ່ 5 ທ່ານ
2016-02-06 11:38:51  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 5 ກຸມພາ​ນີ້, ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB ​ໄດ້​ເປີດ​ເຜີຍຜູ້​ທີ່​ຈະ​ມາ​ດຳລົງ​ຕຳ​ແໜ່​ງຮອງ​ຜູ້ອຳນວຍການ​ໃຫຍ່ 5 ທ່ານຢ່າງ​ເປັນ​ທາງ​ການ ທີ່ມາ​ຈາກ​ອັງກິດ,​ເຢຍລະ​ມັນ,ອິນ​ເດຍ,ສ.​​ເກົາຫຼີ​ ​ແລະ ​ອິນ​ໂດ​ເນ​ເຊຍ.

ຂະນະ​ທີ່ຂ່າວສານ​ຢົນຮັບ​ຂອງ​ສ.​​ເກົາຫຼີ​ລາຍ​ງານ​ວ່າ: ຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ AIIB ມີ​ວາລະ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 3 ປີ ​ແລະ​ເຮັດ​ວຽກ​ຢູ່​ສຳ​ນັກ​ງານເລຂາ​ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ​ເວລາ​ຂຶ້ນ​ດຳລົງ​ຕຳ​​ແໜ່​ງ​​ແນວ​ໃດ​ກໍ່​ດີ​ກໍ່​ຍັງ​ບໍ່​ທັນ​ໄດ້​ຕົກລົງ​ວັນ​ດັ່ງກ່າວ​ເທື່ອ.

ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB ​ແມ່ນ​ອົງການ​ພັດທະນາ​ຫຼາຍ​ຝ່າຍ​ທີ່​ມີ​ລັກສະນະກວມ​ເອົາ​ພາກ​ພື້ນແຫ່ງ​ທຳ​ອິດເຊິ່ງສ້າງ​ຂຶ້ນ​ພາຍ​ໃຕ້​ການ​ລິ​ເລີ່ມຂອງ​ຈີນ​, ເພື່ອສະໜັບສະໜູນການ​ລະດົມ​ທຶນ​​​ໃຫ້ແກ່​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາຊີ. ທະນາຄານ​ດັ່ງກ່າວ​ສ້າງ​ຂຶ້ນ​ເມື່ອ​ວັນ​ທີ 25 ທັນວາ​ປີ 2015 ​ແລະ​ໄດ້​ເປີດ​ການ​ບໍລິການ​ໃນ​ວັນ​ທີ 16 ມັງກອນ​ປີ 2016 ​ໂດຍ​ມີສຳນັກງານ​ໃຫຍ່​ຕັ້ງ​ຢູ່​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ