ກະຊວງການ​ຄ້າ​ຈີນກ່າວ​ຄຳ​ຕອບ​ກ່ຽວ​ກັບ​ສະຫະພາບ​​ເອີ​ຣົບຮຽກຮ້ອງ​ໃຫ້​ຈີນ​ຫຼຸດ​ຄວາມ​ສາມາດ​ການຜະລິດ​ເຫຼັກ​ກ້າ
2016-02-07 15:30:02  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ມີ​ສື່​ມວນ​ຊົນ​ບາງ​ແຫ່ງ​ລາຍ​ງານ​ວ່າ:ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ຣົບຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ​ໃຊ້​ມາດ​ຕະການ​ເພື່ອ​ຫຼຸດ​ຄວາມ​ສາມາດ​ການ​ຜະລິດ​ເຫຼັກ​ກ້າ. ວັນ​ທີ 6 ກຸມພາ​ນີ້, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ຄຳ​ຕອບ​ກ່ຽວ​ກັບ​ເລື່ອງ​ນີ້.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ: ລັດຖະບານ​ຈີນ​ເອົາ​ໃຈ​​ໃສ່​​ໃນ​ລະດັບ​ສູງ​ຕໍ່​ການ​​ແກ້​ໄຂບັນຫາການ​ຜະລິດ​ເຫຼັກ​ກ້າຫຼາຍ​ເກີນ​ໄປ, ​ໃນ"ຄວາມ​ເຫັນ​ກ່ຽວ​ກັບການ​​ເຮັດ​ໃຫ້​ຂະ​ແໜງ​ການ​ເຫຼັກ​ກ້າ​ແກ້​ໄຂ​ບັນຫາ​ການ​ຜະລິດ​ເຫຼັກ​ກ້າ​ຫຼາຍ​ເກີນ​ໄປ​ແລະຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ​ພ້ອມ​ທັງບັນລຸ​ການ​ພັດທະນາ"ທີ່​ລັດຖະບານ​ຈີນໄດ້​ພິມ​ແຈກ​ຢາຍ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໄດ້​ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ ຫ້າມ​ບໍ່​ໃຫ້​ຂະ​ແໜງ​ການ​ເຫຼັກ​ກ້າ​ເພີ່ມ​ຄວາມ​ສາມາດ​ການ​ຜະລິດ​ອີກ, ​​ໂດຍໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ໄປ, ​ໃຊ້​ເວລາ 5 ປີ ຫຼຸດ​ຄວາມ​ສາມາດ​ການ​ຜະລິດ​ເຫຼັກ​ກ້າບໍ່​ສຳ​ເລັດ​ຮູບ​ອີກ 100 ລ້ານ​ຫາ 150 ລ້ານ​ໂຕນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຈີນ​ຢ່າງ​ເຕັມທີ່.

ໂຄສົກ​ຜູ້​ນີ້​ຍັງ​ຊີ້​ອອກ​ວ່າ: ຄວາມ​ສາມາດ​ການຜະລິດ​ສູງ​​ເກີນ​ໄປ​ແມ່ນ​ບັນຫາ​ທີ່​ຂະ​ແໜງ​ການ​ເຫຼັກ​ກ້າ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ຮ່ວມ​ກັນ​ໃນ​ປະ​ຈຸ​ບັນ​ນີ້, ລັດຖະບານ​ຈີນ​ຍິນ​ດີ​ແລກປ່ຽນ​ຄວາມ​​ເຫັນ​ດ້ວຍ​ຄວາມ​ຈິງ​ໃຈ​ກັບ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງ​ອົງການ​ການ​ຄ້າ​ໂລກ​ຫຼື WTO ,ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​​​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ຕະຫຼາດ​ສາກົນ​ທີ່​ດີງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ