ອາ​ເມ​ລິ​ກາ,ຍີ່​ປຸ່ນ ​ແລະ ສ.​ເກົາຫຼີ​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ດ່ວນ​ເພື່ອ​ຫາລື​ບັນຫາ​ສ.ປ.ປ.​ເກົາຫຼີ
2016-02-07 14:35:26  cri 

ບຸກຄົນ​ການ​ຕ່າງປະ​ເທດຂອງ​ສະຫະ​ປະຊາ​ຊາດ​ເຜີຍ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ​ແລະ ສ.​ເກົາຫຼີ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ດ່ວນ​, ​ເພື່ອ​ຫາລື​ກ່ຽວ​ກັບສ.ປ.ປ.​ເກົາ​ຫຼີສົ່ງ "ລູກ​ສອນ​ໄຟ​ໄລຍະ​​ໄກ".

ມື້​ດຽວ​ກັນ, ທ່ານ​ດາ​ມີ​ວ ​ຣາຍ​ສ໌ (Tamir Rice) ທີ່​ປຶ​ກສາ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ສ.ປ.ປ.​ເກົາຫຼີ​ສົ່ງ​ລູກ​ສອນ​ໄຟ​ແມ່ນ​ການ​ກະທຳ​ອີກ​ເທື່ອ​ໜຶ່ງທີ່​ທຳລາຍ​ຄວາມ​ໝັ້ນ​ທ່ຽງ ​ແລະ ທ້າ​ທາຍ​ເກາະ​ຜິດ, ລະ​ເມີດມະຕິຕົກລົງ​ຕ່າງໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ຢ່າງ​ບັງ​ອາດ.

ຂ່າວສານ​ຢົນຮັບ​ຂອງ​ສ.​ເກົາ​ຫຼີລາຍ​ງານ​ວ່າ, ຕອນ​ເຊົ້າ​ວັນ​ທີ 7 ກຸມພາ​ນີ້, ສ.ປ.ປ.​ເກົາຫຼີ​ໄດ້ສົ່ງ "ລູກ​ສອນ​ໄຟ​ໄລຍະ​ໄກ" ໜ່ວຍ​ໜຶ່ງ​ຢູ່ຕົງ​ຊາງ​ລີ ​​ເມືອງ​ນ້ອຍ​ໂຈ​ສານ ​ແຂວງ​ພຽງ​ອານ​ພັກ. ວັນ​ທີ 7 ກຸມພາ​ນີ້, ​ໂທລະພາບ​ສູນ​ກາງ​ສ.ປ.ປ.​ເກົາຫຼີ​ປະກາດ​ວ່າ, ​ໃນ​ຕອນ​ທ່ຽງ​ມື້​ດຽວ​ກັນ​ຈະ​ປະກາດ​ຂ່າວສຳຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ