ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວຢູ່​ລາວ​ໄປ​ອວຍພອນ​ປີ​​ໃໝ່ຢູ່​ສະຖານ​ທູດ​ຈີນ​ປະຈຳ​ລາວ
2016-02-08 15:34:10  cri 

ວັນ​ທີ 8 ກຸມພາ​ນີ້, ​ແມ່ນ​ມື້​ຂຶ້ນ​ໜຶ່ງ​ຄ່ຳ​ເດືອນ​ຈຽງ​ຈັນທະຄະຕິ​ຈີນ, ສະມາຄົມ​ຈີນ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ ​ແລະ​ຜູ້ຕາງໜ້າ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວຢູ່​ລາວ​ໄດ້​ໄປ​ອວຍພອນປີ​ໃໝ່​ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ, ສະ​ເຫຼີ​ມສະຫຼອງ​ປີວ​ອກທີ່​ວຽນມາ​ເຖິງ.

ຕອນ​ເຊົ້າມື້​ຂຶ້ນ​ໜຶ່ງ​ຄ່ຳ,ສະມາຄົມ​ຈີນ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ ຄະນະ​ຊາວ​ຈີນປະຈຳ​ລາວ​ພ້ອມ​ທັງ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວຢູ່​ນະຄອນຫຼວງ​ວຽງຈັນ​ລວມ 100 ກວ່າ​ຄົນ​ນຸ່ງ​ຊຸດຍາມ​ບຸນ​ທີ່​ສຸພາບ​ຮຽບຮ້ອຍ ​ເຕົ້າ​ໂຮມ​ກັນ​ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ,ຮ່ວມ​ກັບ​ທ່ານ​ກວນ​ຮວາ​ປີ່​ງ ​ເອກ​ອັກຄະ​ລັດຖະທູດ​ຈີນວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ປະຈຳ​ລາວ​ພ້ອມ​ດ້ວຍ​ພະນັກ​ງານ​ສະຖານທູດ​ຈີນ​ປະຈຳ​ລາວ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ​ປີວ​ອກນຳ​ກັນ​ແລະ​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ແກ່​ກັນ. ​ຄະນະເຊີດ​ສິງ​ໂຕ​​ເຍົາວະ​ຊົນ​ຂອງ​ສະມາຄົມ​ຈີນ​ໄດ້​ສະ​ແດງ​ການ​ເຊີດ​ສິງ​ໂຕ​ແລະກັງ​ຟູຈີນ​ທີ່​ໜ້າຊົມ​ຢູ່​​​ເດີ່ນ​ສະຖານທູດ​ຈີນ​ປະຈຳ​ລາວ ​ເຊິ່ງ​ໄດ້​ເພີ່ມ​ບັນຍາກາດ​ມ່ວນ​ຊື່ນ​ໃຫ້​ແກ່​ສະຖານທູດ​ຈີນ​ປະຈຳ​ລາວ.

ທ່ານ​ກວນ​ຮວາ​ປີ່​ງ ​​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້​ຕາງໜ້າ​ພະນັກງານ​ສະຖານທູດ​ຈີນ​ປະຈຳ​ລາວ​ທັງ​ໝົດ​ອວຍພອນ​ປີ​ໃໝ່​​ຕໍ່​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວຢູ່​ລາວ​. ທ່ານ​ກ່າວ​ວ່າ: ບຸນ​ກຸດ​ຈີນ​​ແມ່ນ​ມື້​ສົ່ງ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ​ໃນໜຶ່ງ​ປີ​ທີ່​ຜ່ານ​ມາ, ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຊີ້​ນຳ​ຢ່າງ​ອົບ​ອຸ່ນ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ ​ແລະ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ​ຈີນ-ລາວ ລາວ-ຈີນ, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ສະດວກ​​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ອຸດົມສົມບູນ. ປີ 2016 ​ແມ່ນ​ປີ​ທີ່​ຈີນ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ, ​ເນື່ອງ​ໃນ​ໂອກາດ​ນີ້, ພວກ​​ເຮົາ​ຍິນ​ດີ​ຈັດ​ຕັ້ງ​ປະຕິບັດຄວາມເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ຮ່ວມ​ກັນ​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂໍ​ອວຍພອນ​ໃຫ້​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ວັດທະນາ​ຖາວອນ, ມິດຕະພາບ​ຈີນ-ລາວ ລາວ-ຈີນຈົ່ງ​ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ໄປ​!

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ